• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ສະ​ແດງດົນ​ຕີ “ນ້ຳ​ໃຈໄມ​ຕີ​ຈິດ​ມິດ​ຕະ​ພາບ ຫ​ວຽດ​ - ລາວ”

ຕອນຄ່ຳວັນທີ 21 ພະຈິກ, ລາຍການສະແດງສິລະປະດ້ວຍຫົວຂໍ້ “ນ້ຳໃຈໄມຕີຈິດມິດຕະພາບ ຫວຽດ - ລາວ” ໄດ້ດຳເນີນຢູ່ຫໍວັດທະນະທຳແຫ່ງຊາດ ລາວ, ນະຄອນຫຼວງ ວຽງຈັນ.

ລາຍການສະແດງສິລະປະຂອງ ນັກສິລະປິນ, ນັກສະແດງ ແລະ ນັກຮ້ອງ 40 ຄົນ ທີ່ມາຈາກມະຫາວິທະຍາໄລວັດທະນະທຳ ສິລະປະກອງທັບ (ພາບ: TTXVN)

ງານສະແດງດົນຕີ “ນ້ຳໃຈໄມຕີຈິດມິດຕະພາບ ຫວຽດ - ລາວ”ໄດ້ຈັດຕັ້ງເພື່ອແນໃສ່ສະເຫຼີມສະຫຼອງ 44 ປີແຫ່ງວັນຊາດ ປະເທດ ສປປ.ລາວ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ.

ທີ່ລາຍການ, ບັນດາຜູ້ແທນ ແລະ ຜູ້ຊົມໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ແລະ ຟົດຟື້ນທີ່ສຸດໂດຍໄດ້ຮັບການສະແດງຈາກນັກສິລະປິນ, ນັກສະແດງ ແລະ ນັກຮ້ອງ 40 ຄົນ ທີ່ມາຈາກມະຫາວິທະຍາໄລວັດທະນະທຳ ສິລະປະກອງທັບ ສັງກັດ ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top