• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ພົບ​ປະ​ແລກ​ປ່ຽ​ນ​ມິ​ດ​ຕະ​ພາບ​ການ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ

ວັນທີ 22 ຕຸລາ, ຢູ່ດ່ານຊາຍແດນສາກົນ ລອງເຊີບ, ແຂວງ ເຊີນລາ, ໄດ້ດຳເນີນງານພົບປະແລກປ່ຽນມິດຕະພາບການປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2.
ທ່ານພົນໂທ ວຽງໄຊ ສຸລິວົງ, ທີ່ປຶກສາຝ່າຍທະຫານລາວ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: qdnd.vn)

ໃນຂອບເຂດການພົບປະແລກປ່ຽນ ມີການເຄື່ອນໄຫວປູກຕົ້ນໄມ້ມິດຕະພາບ; ຮັບຊົມການຊ້ອມຮົບປະສານສົມທົບກັນຈັບອາດຊະຍາກຳຂ້າມຊາຍແດນ; ເຂົ້າຮ່ວມພິທີເປີດນຳໃຊ້ກິດຈະກຳເຂດຫ້ອງຮຽນຂອງໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ລອງເຊີບ; ການໂອ້ລົມສົນທະນາລະຫວ່າງສອງຄະນະ ແລະ ລົງນາມໃນເອກະສານຮ່ວມມື; ພົບປະແລກປ່ຽນວຽກງານການເມືອງ ແລະ ນາຍທະຫານໜຸ່ມກອງທັບສອງປະເທດດ້ວຍຮູບແບບຫັນເປັນເວທີ… ທ່ານພົນໂທ ວຽງໄຊ ສຸລິວົງ, ທີ່ປຶກສາຝ່າຍທະຫານລາວ ປະຈຳ ຫວຽດນາມ, ຢັ້ງຢືນວ່າ:

“ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ລາວ - ຫວຽດນາມ ຄັ້ງນີ້ ແມ່ນຄັ້ງທີ 2 ແລະ ເປັນໜຶ່ງໃນບັນດາກິດຈະກຳພົວພັນຕ່າງປະເທດປ້ອງກັນຊາດສອງຝ່າຍທີ່ມີຄວາມສຳຄັນແຖວໜ້າຂອງສອງປະເທດໃນປີ 2024 ແລະ ມີຄວາມໝາຍຄວາມສຳຄັນເພື່ອສືບຕໍ່ຈັດຕັ້ງ ແລະ ຜັນຂະຫຍາຍປະຕິບັດບັນດາເນື້ອໃນຂອງແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ. ພ້ອມດຽວກັນນັ້ນ, ກໍ່ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງກອງທັບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາຢ່າງແຮງ”.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top