• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ແຕ່​ວັນ​ທີ 23 – 25 ກັນ​ຍາ ຢູ່​ແຂວງ ດ້ຽນ​ບຽນ

ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນຢູ່ແຂວງ ດ້ຽນບຽນ ແຕ່ວັນທີ 23 – 25 ກັນຍາ. ນີ້ແມ່ນເຫດການໃຫຍ່ໃນບັນດາລາຍການເຄື່ອນໄຫວສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ ຄົບຮອບ 77 ປີ; ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ…

(ພາບປະກອບ: TTXVN)

ໃນງານພົບປະແລກປ່ຽນດັ່ງກ່າວ ຈະມີການເຂົ້າຮ່ວມຂອງຄະນະຜູ້ແທນທີ່ມາຈາກ 10 ແຂວງຂອງ ຫວຽດນາມ ທີ່ມີຊາຍແດນຕິດກັບ ລາວ ຄື: ດ້ຽນບຽນ, ກວ໋າງຈິ, ຮ່າຕິງ, ກວ໋າງບິ່ງ, ກອນຕຸມ, ເຊີນລາ, ເທື່ອທຽນເຫວ້, ແທັງຮວ໊າ, ເງະອານ, ກວ໋າງນາມ. ທາງຝ່າຍລາວ ກໍຈະມີ 10 ແຂວງມີຊາຍແດນຕິດກັບ ຫວຽດນາມ ຄື: ຫຼວງພະບາງ, ຫົວພັນ, ອັດຕະປື, ເຊກອງ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຜົ້ງສາລີ ແລະ ໄຊສົມບູນ ເຂົ້າຮ່ວມເຫດການນີ້ເຊັ່ນດຽວກັນ.

ໃນເຫດການດັ່ງກ່າວ ຈະທຳພິທີຖະຫວາຍທູບທຽນຢູ່ ອະນຸສາວະລີທະຫານເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບ ດ້ຽນບຽນຝູ, ໄຫວ້ອາໄລສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ… ນອກຈາກນັ້ນແລ້ວ ຍັງມີລາຍການສະແດງສິລະປະ, ແນະນຳກ່ຽວກັບງານບຸນ, ພິທີກຳທາງດ້ານວັດທະນະທຳ; ງານມະໂຫລານວັນນະຄະດີສິລະປະ ແລະ ປະກວດຊຸດອາພອນປະຈຳເຜົ່າ; ງານວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ຜົນງານທາງດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ; ງານວາງສະແດງວົງຄະນະຍາດບັນດາເຜົ່າສ່ວນໜ້ອຍເຂດຊາຍແດນ ຫວຽດນາມ - ລາວ; ການແຂ່ງຂັນກິລາມິດຕະພາບ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top