• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ

ງານປະກວດດົນຕີຕຳຫຼວດບັນດາປະເທດອາຊຽນ + 2022 ແມ່ນເຫດການພິເສດນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (20 ກໍລະກົດ 1962 – 20 ກໍລະກົດ 2022) ໂດຍກະຊວງຕຳຫຼວດ ຊີ້ນຳຈັດຕັ້ງ
  ທ່ານພົນເອກໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: TTXVN)  

ງານປະກວດດົນຕີ ຕຳຫຼວດບັນດາປະເທດ ອາຊຽນ+2022 ແມ່ນຊ່ອງທາງຮ່ວມມືຂອງຕຳຫຼວດໃນອາຊຽນ ແລະ ອາຊຽນເປີດກວ້າງ. ນີ້ກໍ່ແມ່ນການເຄື່ອນໄຫວພົ້ນເດັ່ນໃນການໂຄສະນາກ່ຽວກັບກຳລັງຕຳຫຼວດປະຊາຊົນ. ນັ້ນແມ່ນການຢັ້ງຢືນຂອງທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃນການເຮັດວຽກພ້ອມກັບບັນດາສະມາຊິກໃນຄະນະຈັດຕັ້ງ, ສະພາທີ່ປຶກສາດ້ານສິລະປະຂອງງານປະກວດ ພາຍຫຼັງ ຊ້ອມໃຫຍ່ລາຍການສະແດງສິລະປະຂອງຄະນະດົນຕີຕຳຫຼວດ ຫວຽດນາມ ໃນວັນທີ 2 ກໍລະກົດ.

ການຊ້ອມໃຫຍ່ດັ່ງກ່າວສະແດງໃຫ້ເຫັນວ່າ, ເນື້ອໃນການສະແດງຂອງຄະນະຫວຽດນາມ ແມ່ນດີເດັ່ນ, ທັງສະແດງໃຫ້ເຫັນວັດທະນະທຳບັນດາເຂດພາກຂອງ ຫວຽດນາມ, ທັງສະແດງໃຫ້ເຫັນສີສັນຂອງກຳລັງຕຳຫຼວດປະຊາຊົນ, ທັງມີມູນເຊື້ອ, ທັງທັນສະໄໝ. ລາຍການກໍ່ສ້າງ ບາດກ້າວພັດທະນາຂອງກຳລັງຕຳຫຼວດປະຊາຊົນຕື່ມອີກ, ພິເສດແມ່ນ ກຳລັງຕຳຫຼວດເຄື່ອນທີ່, ໃນວຽກງານວັດທະນະທຳສິລະປະ.

ງານປະກວດດົນຕີຕຳຫຼວດບັນດາປະເທດອາຊຽນ + 2022 ແມ່ນເຫດການພິເສດນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (20 ກໍລະກົດ 1962 – 20 ກໍລະກົດ 2022) ໂດຍກະຊວງຕຳຫຼວດ ຊີ້ນຳຈັດຕັ້ງ. ຜ່ານບັນດາລາຍການສະແດງສິລະປະ, ງານປະກວດດົນຕີຈະປະກອບສ່ວນແຜ່ຂະຫຍາຍ ແລະ ເຮັດໃຫ້ພາບພົດຂອງປະເທດຊາດ ແລະ ຊາວ ຫວຽດນາມ ສວຍງາມ, ຮັກແພງແຂກຄົນກ່ວາອີກ ໃນສາຍຕາຂອງເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top