ຂ່າວສານ
ງານບຸນໝູ່ບ້ານ ເຢືອງໂໜ້ ປີ 2026 - ຈຸດນັດພົບວັດທະນະທຳທີ່ເປັນເອກະລັກໃນເດືອນພຶດສະພາ ຢູ່ ເຫວ້
ງານບຸນດັ່ງກ່າວໂດຍພະແນກວັດທະນະທຳ ແລະ ກິລາ ນະຄອນ ເຫວ້ ຈັດຂຶ້ນ, ແມ່ນໜຶ່ງໃນບັນດາກິດຈະກຳສະເຫຼີມສະຫຼອງວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 136 ປີ ແລະ Festival ລະດູຮ້ອນປີ 2026. ງານບຸນໄດ້ດໍາເນີນແຕ່ວັນທີ 14 – 16 ພຶດສະພາ ຢູ່ເຂດໃຈກາງໝູ່ບ້ານ ເຢືອງໂໜ້, ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ, ລວມມີ: ພິທີແຫ່ ແລະ ຖະຫວາຍດອກບົວ ປະທານ ໂຮ່ຈີມິນ, ລາຍການສະແດງສິລະປະ, ພິທີຕັ້ງນາມສະກຸນ ໂຮ່ ຂອງພໍ່ແມ່ພີ່ນ້ອງທາງທິດຕາເວັນຕົກ ນະຄອນ ເຫວ້, ການແນະນຳອາຊີບຕໍ່າຫູກທໍໄໝ ແຢງອາເຫຼືອຍ, ສິລະປະຂັບ ບ່າຍຈ່ອຍ, ອາຫານການກິນພື້ນເມືອງ… ບັນຍາກາດຂອງງານບຸນໄດ້ວາດພາບຄືນບັນດາຈຸດຄວາມງາມທາງດ້ານວັດທະນະທຳເຂດບ້ານນາ ເຫວ້ ຢ່າງມີຊີວິດຊີວາ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ສຳຜັດກັບບັນດາຄວາມຊົງຈຳທີ່ເຕັມໄປດ້ວຍຄວາມຮູ້ສຶກ, ບ່ອນທີ່ປະຫວັດສາດ ແລະ ປັດຈຸບັນໄດ້ປະສານກັນ.
ທ່ານ ຟານແທັງຫາຍ, ຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນ ເຫວ້ ໃຫ້ຮູ້ວ່າ:
“ບັນດາກິດຈະກຳທີ່ອຸດົມສົມບູນຂອງງານບຸນຖືກຈັດຂຶ້ນຢ່າງລອບຄອບຖີ່ຖ້ວນ, ດຶງດູດໃຈຜູ້ຊົມ, ສ້າງເປັນຮູບພາບວັດທະນະທຳທີ່ມີຊີວິດຊີວາ ແລະ ຫຼາກຫຼາຍສີສັນ. ເມື່ອເຂົ້າຮ່ວມງານບຸນ, ພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຫວນຄືນບັນຍາກາດວັດທະນະທຳທີ່ເປັນມູນເຊື້ອຂອງເຂດບ້ານນາ ເຫວ້ ເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕົວເຂົ້າກັບຄວາມຊົງຈຳທີ່ສັກສິດ, ບ່ອນທີ່ປະຫວັດສາດ ແລະ ປັດຈຸບັນໄດ້ຮັບການປະສົມປະສານເຂົ້າກັນອີກດ້ວຍ”.








