• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ລາວ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ”

ວັນທີ 30 ສິງຫາ, ຢູ່ຫໍພິພິທະພັນ ແຂວງດັກລັກ, ພະແນກວັດທະນະທໍາ - ກິລາ ແລະທ່ອງທ່ຽວ ໄດ້ສົມທົບກັບ ຫໍພິພິທະພັນແຂວງ ໄຂງານວາງສະແດງຮູບພາບ ດ້ວຍສອງຫົວເລື່ອງສະເພາະ “ນໍ້າໃຈມິດຕະພາບ ຫວຽດນາມ - ລາວ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ”. 


ຄະນະຜູ້ແທນເລາະຊົມຮູບພາບທີ່ງານວາງສະແດງ

(ພາບ: nhandan.com.vn)

ສໍາລັບຫົວເລື່ອງ “ນໍ້າໃຈມິດຕະພາບ ຫວຽດນາມ - ລາວ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ໄດ້ວາງສະແດງຮູບພາບ ກວ່າ 160 ແຜ່ນ ແລະບົດຂຽນ ກ່ຽວກັບການພົວພັນທີ່ສະໜິດແໜ້ນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ນັບແຕ່ຊຸມວັນເດືອນປີ ຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ມາຮອດປັດຈຸບັນ. ສ່ວນຫົວເລື່ອງ “ສອງເອື້ອຍນ້ອງ - ສອງແນວຮົບ”  ໄດ້ວາງສະແດງບັນດາຮູບພາບ ແລະ ບົດຂຽນກ່ຽວກັບແມ່ຍິງຫວຽດນາມ ໃນຊຸມວັນເດືອນປີ ຕໍ່ຕ້ານ ຢ່າງດຸເດືອດ.

        ງານວາງສະແດງ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 73 ປີ ແຫ່່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 02 ກັນຍາ, ສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ, ສະເຫຼີມສະຫຼອງ 56 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 41 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືຫວຽດນາມ - ລາວ.

        ງານວາງສະແດງ ຈະສິ້ນສຸດລົງໃນວັນທີ 30 ຕຸລາ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top