ຂ່າວສານ
ງານວາງສະແດງ “ຈຸດພິເສດສະເພາະທາງດ້ານວັດທະນະທຳເຂດຊາຍແດນ ແລະ ນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ”
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 15 ສະບັບຈາກທ່ານຜູ້ຟັງລາວ.
ເພື່ອນ ຄຳມີ, ຢູ່ແຂວງ ຫຼວງນ້ຳທາ, ລາວ, ໃຫ້ຮູ້ວ່າ: ບັນດາຂ່າວ/ບົດກ່ຽວຂ້ອງເຖິງການເຄື່ອນໄຫວພົວພັນລະຫວ່າງ ລາວ - ຫວຽດນາມ ໃນລາຍການ ຫວຽດນາມ - ລາວ ເຊິ່ງໄດ້ເອົາລົງເວັບໄຊ vovworld.vn ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບກວ່າ. ນີ້ກໍ່ແມ່ນລາຍການເຊິ່ງຂ້າພະເຈົ້າມີຄວາມສົນໃຈຫຼາຍທີ່ສຸດ.
ເພື່ອນ ບູນຄຳ, ຢູ່ແຂວງ ຫົວພັນ ແບ່ງປັນວ່າ: ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮູ້ຂ່າວວ່າ ຫວ່າງມໍ່ໆມານີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ດຳເນີນພິທີປະກາດນຳເອົາບົດນິພົນ ໂຮ່ຈີມິນ ຄົບຊຸດເຂົ້າໃນວຽກງານການຮຽນ - ການສອນຢູ່ສະຖາບັນ. ບົດນິພົນໄດ້ແປຈາກພາສາ ຫວຽດ ເປັນພາສາ ລາວ, ລວມມີ: “ໂຮ່ຈີມິນ ຄົບຊຸດ (ທັງໝົດມີ 15 ເຫຼັ້ມ) ແລະ ປຶ້ມວັດຈະນານຸກົມໂຮ່ຈີມິນວິທະຍາ. ເລື່ອງນຳນິພົນນີ້ເຂົ້າໃນການສິດສອນແມ່ນວຽກງານແທດຈິງ, ຕອບສະໜອງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກຄົ້ນຄວ້າ, ນັກຮຽນຮູ້, ຄູອາຈານ, ຜູ້ມີຄວາມສົນໃຈສາມາດທາບທາມ ແລະ ຄົ້ນຄວ້າ. ນີ້ກໍ່ແມ່ນໜຶ່ງໃນການເຄື່ອນໄຫວແທດຈິງເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.ເພື່ອນ ຄຳສຸວັນ, ໄດ້ສົ່ງອີແມວມາຫາລາຍການຢາກຊອກຮູ້ກ່ຽວກັບງານວາງສະແດງ “ຈຸດພິເສດສະເພາະທາງດ້ານວັດທະນະທຳເຂດຊາຍແດນ ແລະ ນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ”. ເພື່ອນຢາກຮູ້ວ່າ ລາຍການດັ່ງກ່າວຈະໄດ້ຈັດຂຶ້ນໃນເວລາໃດ ແລະ ຢູ່ແຂວງໃດຂອງ ຫວຽດນາມ?ເພື່ອນ ຄຳສຸວັນ ທີ່ຮັກແພງ! ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບການຈັດງານວາງສະແດງ “ຈຸດພິເສດສະເພາະທາງດ້ານວັດທະນະທຳເຂດຊາຍແດນ ແລະ ນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ” ໃນຂອບເຂດວັນບຸນພົວພັນແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ຢູ່ແຂວງ ດ້ຽນບຽນ, ປີ 2022.
ຕາມແຜນການ, ວັນບຸນດັ່ງກ່າວຈະຈັດຂຶ້ນໃນເດືອນ ກັນຍາ 2022, ຢູ່ນະຄອນ ດ້ຽນບຽນຟູ, ແຂວງ ດ້ຽນບຽນ, ດ້ວຍການເຂົ້າຮ່ວມຂອງ 2.500 ຄົນທີ່ມາຈາກ 9 ແຂວງຂອງ ຫວຽດນາມ ແລະ 10 ແຂວງຂອງ ລາວ ທີ່ມີເສັ້ນຊາຍແດນຮ່ວມກັບ ຫວຽດນາມ. ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບ - ມຸ່ງໄປເຖິງອະນາຄົດ”, ໃນຂອບເຂດວັນບຸນຈະດຳເນີນການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວທີ່ມີຄວາມໝາຍຫຼາຍຢ່າງຄື: ການສະແດງ, ແນະນຳວັນບຸນ; ສະແດງຊຸດອາພອນຊົນເຜົ່າ; ງານວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ບັນດາຜົນງານທາງດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ; ກອງປະຊຸມສຳມະນາຮ່ວມສຳພັນ, ຮ່ວມມືພັດທະນາການທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ…
ວັນບຸນພົວພັນແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ແມ່ນເຫດການວັດທະນະທຳ, ການເມືອງທີ່ມີຄວາມໝາຍສຳຄັນພິເສດເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022). ນີ້ກໍ່ແມ່ນໂອກາດເພື່ອແນະນຳ, ໂຄສະນາໃຫ້ເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງຂອງບັນດາເຜົ່າໃນພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ; ປະກອບສ່ວນຮັກສາ, ເສີມຂະຫຍາຍ ແລະ ເຊີດຊູສີສັນວັດທະນະທຳບັນດາເຜົ່າ.
ເພື່ອນຄຳປັນ, ຢູ່ແຂວງ ໄຊຍະບູລີ, ລາວ ໄດ້ສົ່ງຂໍ້ຄວາມມາຫາລາຍການຢາກຊອກຮູ້ກ່ຽວກັບການປ້ອງກັນ, ຕ້ານໄວຣັດສາຍພັນໃໝ່ຂອງໂລກລະບາດໂຄວິດ-19 ຢູ່ ຫວຽດນາມ? ບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ທ່ອງທ່ຽວໄດ້ດຳເນີນໄປເປັນປົກກະຕິບໍ່?
ເພື່ອນຄຳປັນ ທີ່ຮັກແພງ! ຕໍ່ໜ້າສະພາບມີໄວຣັດສາຍພັນໃໝ່ BA.4, BA.5 ຂອງໄວຣັດໂຄວິດ-19 ໃນປະຈຸບັນ, ແຜນຮ່າງຫຼ້າສຸດກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນສະພາບການໃໝ່, ທາງກະຊວງສາທາລະນະສຸກ ຫວຽດນາມ ໄດ້ສະເໜີວິທີຮັບປະກັນວຽກງານການແພດເພື່ອຮັບມືກັບສະພາບໂລກລະບາດໂຄວິດ-19 ປີ 2022 – 2023 ດ້ວຍ 2 ກໍລະນີຄື:
- ກໍລະນີທີ 1: ໄວຣັດຍັງສືບຕໍ່ປ່ຽນແປງຂຶ້ນ, ເຖິງຢ່າງໃດກໍ່ຕາມ ຍ້ອນປະຊາຄົມມີພູມຕ້ານທານແລ້ວ ສະນັ້ນກໍລະນີຄົນເຈັບໜັກ ແລະ ເສຍຊີວິດຈະຢູ່ໃນລະດັບຕ່ຳ, ໂລກລະບາດບໍ່ຮ້າຍແຮງ ແລະ ຈະຄ່ອຍໆຫຼຸດລົງ, ຄ້າຍຄືກັນກັບບັນດາພະຍາດຕິດແປດກຸ່ມ B ເພື່ອສ້າງເງື່ອນໄຂໃຫ້ແກ່ປະຊາຊົນຮັບມືຢ່າງປອດໄພ, ມີໄຫວພິບກັບສະພາບເປັນປົກກະຕິໃໝ່.
- ກໍລະນີທີ 2: ເມື່ອໄວຣັດສາຍພັນໃໝ່ປະກົດຂຶ້ນແມ່ນເປັນອັນຕະລາຍກວ່າ ມີຄວາມສາມາດເຮັດໃຫ້ປະສິດທິຜົນຂອງວັກຊິນ ຫຼື ພູມຕ້ານທານຫຼຸດລົງ, ເຮັດໃຫ້ຜູ້ຕິດເຊື້ອສະແດງອາການເຈັບໜັກ ຫຼື ເສຍຊີວິດເພີ່ມຂຶ້ນ, ໂລກລະບາດມີຄວາມສ່ຽງແຜ່ລະບາດຢ່າງຮ້າຍແຮງ, ກວ້າງກວ່າ, ກາຍກຳລັງຄວາມສາມາດຮັບມືຂອງລະບົບສາທາລະນະສຸກ.
ປະຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ກິລາ, ທ່ອງທ່ຽວ… ຢູ່ ຫວຽດນາມ ຍັງດຳເນີນໄປເປັນປົກກະຕິ. ຂະແໜງສາທາລະນະສຸກ ຫວຽດນາມ ໄດ້ກ່າວເຕືອນໃຫ້ປະຊາຊົນໝົດທຸກຄົນສັກວັກຊິນເພີ່ມເຕີ່ມຕື່ມອີກ.