ຂ່າວສານ

ງານວາງສະແດງ “ຈຸດພິເສດສະເພາະທາງດ້ານວັດທະນະທຳເຂດຊາຍແດນ ແລະ ນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ”

ວັນບຸນດັ່ງກ່າວຈະຈັດຂຶ້ນໃນເດືອນ ກັນຍາ 2022, ຢູ່ນະຄອນ ດ້ຽນບຽນຟູ, ແຂວງ ດ້ຽນບຽນ, ດ້ວຍການເຂົ້າຮ່ວມຂອງ 2.500 ຄົນທີ່ມາຈາກ 9 ແຂວງຂອງ ຫວຽດນາມ ແລະ 10 ແຂວງຂອງ ລາວ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 15 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ຄຳມີ, ຢູ່ແຂວງ ຫຼວງນ້ຳທາ, ລາວ, ໃຫ້ຮູ້ວ່າ: ບັນດາຂ່າວ/ບົດກ່ຽວຂ້ອງເຖິງການເຄື່ອນໄຫວພົວພັນລະຫວ່າງ ລາວ - ຫວຽດນາມ ໃນລາຍການ ຫວຽດນາມ - ລາວ ເຊິ່ງໄດ້ເອົາລົງເວັບໄຊ vovworld.vn ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບກວ່າ. ນີ້ກໍ່ແມ່ນລາຍການເຊິ່ງຂ້າພະເຈົ້າມີຄວາມສົນໃຈຫຼາຍທີ່ສຸດ.

  ບົດນິພົນໄດ້ແປຈາກພາສາ ຫວຽດ ເປັນພາສາ ລາວ (ພາບ: TTXVN)  
ເພື່ອນ ບູນຄຳ, ຢູ່ແຂວງ ຫົວພັນ ແບ່ງປັນວ່າ: ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮູ້ຂ່າວວ່າ ຫວ່າງມໍ່ໆມານີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ດຳເນີນພິທີປະກາດນຳເອົາບົດນິພົນ ໂຮ່ຈີມິນ ຄົບຊຸດເຂົ້າໃນວຽກງານການຮຽນ - ການສອນຢູ່ສະຖາບັນ. ບົດນິພົນໄດ້ແປຈາກພາສາ ຫວຽດ ເປັນພາສາ ລາວ, ລວມມີ: “ໂຮ່ຈີມິນ ຄົບຊຸດ (ທັງໝົດມີ 15 ເຫຼັ້ມ) ແລະ ປຶ້ມວັດຈະນານຸກົມໂຮ່ຈີມິນວິທະຍາ. ເລື່ອງນຳນິພົນນີ້ເຂົ້າໃນການສິດສອນແມ່ນວຽກງານແທດຈິງ, ຕອບສະໜອງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກຄົ້ນຄວ້າ, ນັກຮຽນຮູ້, ຄູອາຈານ, ຜູ້ມີຄວາມສົນໃຈສາມາດທາບທາມ ແລະ ຄົ້ນຄວ້າ. ນີ້ກໍ່ແມ່ນໜຶ່ງໃນການເຄື່ອນໄຫວແທດຈິງເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

  ວັນບຸນຈະຈັດຂຶ້ນໃນເດືອນ ກັນຍາ 2022, ຢູ່ນະຄອນ ດ້ຽນບຽນຟູ (ພາບປະກອບ: TTXVN)  
ເພື່ອນ ຄຳສຸວັນ, ໄດ້ສົ່ງອີແມວມາຫາລາຍການຢາກຊອກຮູ້ກ່ຽວກັບງານວາງສະແດງ “ຈຸດພິເສດສະເພາະທາງດ້ານວັດທະນະທຳເຂດຊາຍແດນ ແລະ ນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ”. ເພື່ອນຢາກຮູ້ວ່າ ລາຍການດັ່ງກ່າວຈະໄດ້ຈັດຂຶ້ນໃນເວລາໃດ ແລະ ຢູ່ແຂວງໃດຂອງ ຫວຽດນາມ?

ເພື່ອນ ຄຳສຸວັນ ທີ່ຮັກແພງ! ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບການຈັດງານວາງສະແດງ “ຈຸດພິເສດສະເພາະທາງດ້ານວັດທະນະທຳເຂດຊາຍແດນ ແລະ ນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ” ໃນຂອບເຂດວັນບຸນພົວພັນແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ຢູ່ແຂວງ ດ້ຽນບຽນ, ປີ 2022.

ຕາມແຜນການ, ວັນບຸນດັ່ງກ່າວຈະຈັດຂຶ້ນໃນເດືອນ ກັນຍາ 2022, ຢູ່ນະຄອນ ດ້ຽນບຽນຟູ, ແຂວງ ດ້ຽນບຽນ, ດ້ວຍການເຂົ້າຮ່ວມຂອງ 2.500 ຄົນທີ່ມາຈາກ 9 ແຂວງຂອງ ຫວຽດນາມ ແລະ 10 ແຂວງຂອງ ລາວ ທີ່ມີເສັ້ນຊາຍແດນຮ່ວມກັບ ຫວຽດນາມ. ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບ - ມຸ່ງໄປເຖິງອະນາຄົດ”, ໃນຂອບເຂດວັນບຸນຈະດຳເນີນການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວທີ່ມີຄວາມໝາຍຫຼາຍຢ່າງຄື: ການສະແດງ, ແນະນຳວັນບຸນ; ສະແດງຊຸດອາພອນຊົນເຜົ່າ; ງານວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ບັນດາຜົນງານທາງດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ; ກອງປະຊຸມສຳມະນາຮ່ວມສຳພັນ, ຮ່ວມມືພັດທະນາການທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ…

ວັນບຸນພົວພັນແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ແມ່ນເຫດການວັດທະນະທຳ, ການເມືອງທີ່ມີຄວາມໝາຍສຳຄັນພິເສດເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022). ນີ້ກໍ່ແມ່ນໂອກາດເພື່ອແນະນຳ, ໂຄສະນາໃຫ້ເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງຂອງບັນດາເຜົ່າໃນພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ; ປະກອບສ່ວນຮັກສາ, ເສີມຂະຫຍາຍ ແລະ ເຊີດຊູສີສັນວັດທະນະທຳບັນດາເຜົ່າ.

ເພື່ອນຄຳປັນ, ຢູ່ແຂວງ ໄຊຍະບູລີ, ລາວ ໄດ້ສົ່ງຂໍ້ຄວາມມາຫາລາຍການຢາກຊອກຮູ້ກ່ຽວກັບການປ້ອງກັນ, ຕ້ານໄວຣັດສາຍພັນໃໝ່ຂອງໂລກລະບາດໂຄວິດ-19 ຢູ່ ຫວຽດນາມ? ບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ທ່ອງທ່ຽວໄດ້ດຳເນີນໄປເປັນປົກກະຕິບໍ່?

ເພື່ອນຄຳປັນ ທີ່ຮັກແພງ! ຕໍ່ໜ້າສະພາບມີໄວຣັດສາຍພັນໃໝ່ BA.4, BA.5 ຂອງໄວຣັດໂຄວິດ-19 ໃນປະຈຸບັນ, ແຜນຮ່າງຫຼ້າສຸດກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນສະພາບການໃໝ່, ທາງກະຊວງສາທາລະນະສຸກ ຫວຽດນາມ ໄດ້ສະເໜີວິທີຮັບປະກັນວຽກງານການແພດເພື່ອຮັບມືກັບສະພາບໂລກລະບາດໂຄວິດ-19 ປີ 2022 – 2023 ດ້ວຍ 2 ກໍລະນີຄື:

-     ກໍລະນີທີ 1: ໄວຣັດຍັງສືບຕໍ່ປ່ຽນແປງຂຶ້ນ, ເຖິງຢ່າງໃດກໍ່ຕາມ ຍ້ອນປະຊາຄົມມີພູມຕ້ານທານແລ້ວ ສະນັ້ນກໍລະນີຄົນເຈັບໜັກ ແລະ ເສຍຊີວິດຈະຢູ່ໃນລະດັບຕ່ຳ, ໂລກລະບາດບໍ່ຮ້າຍແຮງ ແລະ ຈະຄ່ອຍໆຫຼຸດລົງ, ຄ້າຍຄືກັນກັບບັນດາພະຍາດຕິດແປດກຸ່ມ B ເພື່ອສ້າງເງື່ອນໄຂໃຫ້ແກ່ປະຊາຊົນຮັບມືຢ່າງປອດໄພ, ມີໄຫວພິບກັບສະພາບເປັນປົກກະຕິໃໝ່.

-     ກໍລະນີທີ 2: ເມື່ອໄວຣັດສາຍພັນໃໝ່ປະກົດຂຶ້ນແມ່ນເປັນອັນຕະລາຍກວ່າ ມີຄວາມສາມາດເຮັດໃຫ້ປະສິດທິຜົນຂອງວັກຊິນ ຫຼື ພູມຕ້ານທານຫຼຸດລົງ, ເຮັດໃຫ້ຜູ້ຕິດເຊື້ອສະແດງອາການເຈັບໜັກ ຫຼື ເສຍຊີວິດເພີ່ມຂຶ້ນ, ໂລກລະບາດມີຄວາມສ່ຽງແຜ່ລະບາດຢ່າງຮ້າຍແຮງ, ກວ້າງກວ່າ, ກາຍກຳລັງຄວາມສາມາດຮັບມືຂອງລະບົບສາທາລະນະສຸກ.

ປະຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ກິລາ, ທ່ອງທ່ຽວ… ຢູ່ ຫວຽດນາມ ຍັງດຳເນີນໄປເປັນປົກກະຕິ. ຂະແໜງສາທາລະນະສຸກ ຫວຽດນາມ ໄດ້ກ່າວເຕືອນໃຫ້ປະຊາຊົນໝົດທຸກຄົນສັກວັກຊິນເພີ່ມເຕີ່ມຕື່ມອີກ.

top