• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງແຜນທີ່ແລະແນະນຳເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ແຂວງລອງອານ

ງານວາງສະແດງແຜນທີ່ແລະແນະນຳເອກະສານ
ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ແຂວງລອງອານ
(ພາບ: TTXVN)
          ວັນ​ທີ 20/12 ທີ່​​ເທດສະບານ​ເມືອງ​ ກ໋ຽນ​ເຕື່ອງ,  ​ເທດສະບານ​ເຂດ​ຊາຍ​ແດນ​ຂອງ​ແຂວງ ລອງ​ອານ ​ໄ​ດ້ດຳ​ເນີນ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ແນະນຳ​​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ”. ​ເອກະສານ, ວັດຖຸ​ພັນ, ສິ່ງ​ພິມຫລາຍ​ຢ່າງ ​ແລະ ບັນດາ​ແຜນ​ທີ່​ຫລາຍ​ແຜ່ນ​ໄດ້​ຮັບ​ການ​ເລືອກ​ເຟັ້ນມາວາງສະ​ແດງ​ທີ່​ງານ​ວາງສະ​ແດງ​ຄັ້ງ​ນີ້ ​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​ທີ່ໝັ້ນ​ຄົງ ຢືນຢັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ; ພ້ອມ​ທັງປະຕິ​ເສດບັນດາ​ຖ້ອຍ​ທຳນອງ​ເສກ​ສັນ​ປັ້ນ​ແຕ່ງ​ປະຫວັດສາດ, ບັນດາຄຳ​ຮຽກ​ສິດ​ອະທິປະ​ໄຕ​ໄຮ້​ເຫດຜົນ​ຂອງ ຈີນ ສຳລັບ 2 ໝູ່​ເກາະ​ນີ້ ​ແລະ ບັນດາ​ເຂດ​ທະ​ເລ, ​ເກາະ​ອື່ນໆ​ບົນ​ທະ​ເລຕາ​ເວັນ​ອອກ. ບັນດາ​ພະຍານ​ຫຼັກ​ຖານ​ລວມມີ ​ເອກະສານ​ຕ່າງໆ​ໂດຍສະ​ໄໝ​ສັກ​ດີ​ນາ ຫວຽດນາມ ປະກາດ​ໃຊ້​ແຕ່​​ສະຕະ​ວັດ​ທີ 17 ຈົນ​ຮອດ​ຕົ້ນ​ສະຕະ​ວັດ​ທີ 20 ​ເຊິ່ງ​ໄດ້​ເປັນ​ການຢືນຢັນວ່າ ຫວຽດນາມ ​ໄດ້ສ້າງ ​ແລະ ປະຕິບັດ​ອະທິປະ​ໄຕ​ຢ່າງ​ລຽນ​ຕິດ​ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top