• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຮູບຖ່າຍ “ເມັກຊີໂກ - ຫວຽດນາມ: ບ່ອນເຕົ້າໂຮມບັນດາສາຍຕາ”

ງານວາງສະແດງຮູບຖ່າຍ “ເມັກຊີໂກ - ຫວຽດນາມ: ບ່ອນເຕົ້າໂຮມບັນດາສາຍຕາ” ຈະດໍາເນີນໃນລະຫວ່າງວັນທີ 25 ກັນຍາ ຫາວັນທີ 25 ຕຸລາ ຢູ່ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ.

ຮູບຖ່າຍຈໍານວນໜຶ່ງທີ່ຈະໄດ້ວາງສະແດງໃນງານວາງສະແດງ (ພາບ: petrotimes.vn )

ງານວາງສະແດງ ໂດຍສະຖານທູດເມັກຊີໂກປະຈໍາຫວຽດນາມ ແລະ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ຈັດຕັ້ງຂຶ້ນ. ນີ້ແມ່ນເຫດການເພື່ອສະເຫຼີມສະຫຼອງວັນຊາດ ເມັກຊີໂກ ຄົບຮອບ 209 ປີ (16/9/1810 – 16/9/2019), ແລະ ວັນຊາດຫວຽດນາມ ຄົບຮອບ 74 ປີ (2/9/1945 – 2/9/2019).

        ງານວາງສະແດງຈະແນະນໍາເຖິງມະຫາຊົນ ຮູບຖ່າຍ 72 ແຜ່ນ ຂອງນັກຖ່າຍຮູບ ເມັກຊີໂກ 3 ຄົນ ແລະ ນັກຖ່າຍຮູບຫວຽດນາມ 3 ຄົນ ເຊິ່ງຈະເປັນການຊ່ວຍໃຫ້ມະຫາຊົນຮັບຮູ້ໄດ້ເຖິງຄວາມສວຍງາມຂອງທິວທັດທໍາມະຊາດ, ປະຊາຊົນ ແລະ ບັນດາເອກະລັກວັດທະນະທໍາຂອງສອງປະເທດ ຫວຽດນາມ ແລະ ເມັກຊີໂກ ກໍຄື ການພົວພັນສະໜິດແໜ້ນ ແລະ ມິດຕະພາບລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top