• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງອອນລາຍ “ ເສັ້ນທາງເອກະລາດ”

      ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945-19/8/2021) ແລະ ວັນຊາດຫວຽດນາມທີ 2 ກັນຍາ (2/9/1945-2/9/2021), ຫໍພິພິທະພັນວິຈິດສິນຫວຽດນາມ ໄດ້ຈັດ ງານວາງສະແດງ “ ເສັ້ນທາງເອກະລາດ” ດ້ວຍຮູບການອອນລາຍ ຜ່ານເວບໄຊ vnfam.vn ແລະ fanpage  https://www.facebook.com/baotangmythuat/    ນັບແຕ່ວັນທີ 29 ສິງຫາປີ 2021
ພາບແຕ້ມປະທານໂຮ່ຈິມິນກ່າວຖະແຫຼງການປະກາດເອກະລາດ 
    ງານວາງສະແດງອອນລາຍ “ ເສັ້ນທາງເອກະລາດ” ວາງສະແດງພາບຂັດມັນ, ພາບສີນ້ຳມັນ, ພາບແກະຄວັດສະຫຼັກໄມ້…ຂອງ ຈິດຕະກອນ 15 ຄົນ ຊຶ່ງໄດ້ສ່ອງແສງເຖິງເສັ້ນທາງພາໄປເຖິງການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ຕໍ່ຈາກນັ້ນແມ່ນການສະຖາປະນາປະເທດ ສ.ປ.ຫວຽດນາມ. ບັນດາເຫດການປະຫວັດສາດຂອງປະເທດຊາດໄລຍະ 1930-1945 ແລະ ບັນຍາກາດຂອງບັນດາການລຸກຮື້ຂຶ້ນ, ຂະບວນການປະຕິວັດ, ວັນປະກາດເອກະລາດວັນທີ 2 ກັນຍາປີ 1945 ຢູ່ສະໜາມຫຼວງບາດີງ-ຮ່າໂນ້ຍ ຊຶ່ງໄດ້ສະແດງອອກຢ່າງຈະແຈ້ງຜ່ານບັນດາຜະລິດຕະພັນຈິດຕະກຳນີ້.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top