• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຕຳຫຼວດປະຊາຊົນລາວ-ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ

      ດ້ວຍພາບຖ່າຍ, ເອກະສານ ແລະ ວັດຖຸພັນທີ່ດີເດັນກວ່າ 300 ຢ່າງທີ່ໄດ້ສະສົມຈາກວັດຖຸພັນນັບຮ້ອຍຢ່າງທີ່ລ້ຳຄ່າ, ງານວາງສະແດງໄດ້ແນະນຳໂດຍສັງເຂບວິວັດທະການ 60 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນລາວ
ແທນເຂົ້າຮ່ວມງານວາງສະແດງຢ້ຽມຢາມງານວາງສະແດງ
(ພາບ: ສະຖານທູດລາວປະຈຳຫວຽດນາມ)
      ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຕຳຫຼວດປະຊາຊົນລາວ; 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດຫວຽດນາມ ປະຈຳລາວ; 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ, ກະຊວງຕຳຫຼວດລາວ; 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ລາວ. ຕອນເຊົ້າວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດງານວາງສະແດງ “ຕຳຫຼວດປະຊາຊົນລາວ - ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ”.
        ດ້ວຍພາບຖ່າຍ, ເອກະສານ ແລະ ວັດຖຸພັນທີ່ດີເດັນກວ່າ 300 ຢ່າງທີ່ໄດ້ສະສົມຈາກວັດຖຸພັນນັບຮ້ອຍຢ່າງທີ່ລ້ຳຄ່າ, ງານວາງສະແດງໄດ້ແນະນຳໂດຍສັງເຂບວິວັດທະການ 60 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນລາວ; ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ສະໜິດຕິດພັນ ແລະ ການຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນລະຫວ່າງກຳລັງຕຳຫຼວດ 2 ປະເທດ ເປັນເວລາກວ່າເຄິ່ງສະຕະວັດແຫ່ງການຮ່ວມມື ແລະ ພັດທະນາ.
ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ
(ພາບ: TTXVN)
      ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ, ຢືນຢັນວ່າ.
        “ນີ້ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກະຊວງຕຳຫຼວດລາວ, 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດຫວຽດນາມ ປະຈຳລາວ ເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວຕອບບຸນແທນຄຸນບັນດາການອຸທິດສ່ວນຂອງກຳລັງຕຳຫຼວດປະຊາຊົນລາວ - ຫວຽດນາມ ໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ; ຜ່ານນັ້ນຍັງຊ່ວຍສຶກສາມູນເຊື້ອອຸດົມຄະຕິການປະຕິວັດໃຫ້ແກ່ລຸ້ນອະນາຄົດ; ປັບປຸງ, ພັດທະນາການພົວພັນຮ່ວມມື, ການຊ່ວຍເຫຼືອທີ່ເປັນມູນເຊື້ອຂອງກຳລັງຕຳຫຼວດ 2 ປະເທດ; ພັດທະນາສາຍພົວພັນອັນດີງາມ, ໝັ້ນຄົງໜັກແໜ້ນລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດລາວ - ຫວຽດນາມ ອີກດ້ວຍ.”
ທ່ານ ແສງເພັດ  ຮຸ່ງບຸນຍວງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ
(ພາບ: ສະຖານທູດລາວປະຈຳຫວຽດນາມ)
      ພາຍຫຼັງທີ່ໄດ້ທ່ຽວຊົມບັນດາຮູບພາບການເຄື່ອນໄຫວຂອງສອງກໍາລັງຕໍາຫຼວດລາວ-ຫວຽດນາມ, ຫວຽດ ນາມ-ລາວ ທີ່ນໍາມາວາງສະແດງແລ້ວ ທ່ານ ແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ກໍໄດ້ສະແດງຄວາມຮູ້ສຶກຂອງຕົນ ແລະ ລົງນາມໃນປື້ມລະນຶກຄວາມຊົງຈໍາວ່າ:
 
(ພາບ: ສະຖານທູດລາວປະຈຳຫວຽດນາມ)
      “ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາຮ່ວມງານວາງສະແດງຄັ້ງນີ້ຈັດໂດຍກະຊວງຕຳຫຼວດຫວຽດນາມ ຊຶ່ງຢູ່ໃນທ່າມກາງຜົນສຳເລັດອັນຍິ່ງໃຫຍ່ຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ-ລາວ ໃນພາລະກິດປະຕິວັດ ກໍຄືພາລະກິດປ່ຽນແປງໃໝ່ໃນການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ແລະ ລາວ. ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມືມິດຕະພາບ ແລະ ມີປະສິດທິຜົນຂອງສອງກຳລັງຕຳຫຼວດປະຊາຊົນສອງປະເທດ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດແໜ້ນຂອງສອງພັກ, ສອງລັດ, ສອງກໍາລັງ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ.          ຕາງໜ້າງໃຫ້ສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ແລະ ປະຊາຊົນລາວ ທີ່ກຳລັງດຳລົງຊີວິດ, ກຳລັງສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາສະຫາຍຕຳຫຼວດປະຊາຊົນຫວຽດນາມ ທີ່ໄດ້ຈັດກິດຈະກຳສະເຫຼີມສະຫຼອງຂຶ້ນໃນມື້ນີ້. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນພິເສດ ລາວ-ຫວຽດນາມ ຈົ່ງນັບມື້ນັບຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. 
(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top