• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນສາມັກຄີມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ ຢູ່ ສ.ເກົາຫຼີ

      ວັນທີ 15 ກໍລະກົດ, ຢູ່ນະຄອນຫຼວງ ເຊີອຸ່ນ, ປະເທດສ.ເກົາຫຼີ ສະຖານທູດຫວຽດນາມ ແລະ ສະຖານທູດລາວ ປະຈຳສ.ເກົາຫຼີ ໄດ້ຈັດງານພົບປະແລກປ່ຽນສາມັກຄິມິດຕະພາບ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017).

ງານພົບປະແລກປ່ຽນສາມັກຄີມິດຕະພາບລະຫວ່າງຫວຽດນາມແລະລາວຢູ່ສ.ເກົາຫຼີ
(ພາບ: vietnamplus.vn)
      ເຂົ້າຮ່ວມເຫດການດັ່ງກ່າວ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນການພັດທະນານຂອງສາຍພົວພັນແບບພິເສດລະຫວ່າງ 2 ປະເທດໃນຕະຫຼອດໄລຍະກວ່າເຄິ່ງທົດສະວັດຜ່ານມາ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ຫງວຽນວູຕູ໋ ແລະ ທ່ານເອກອັກຄະລັດຖະທູດລາວ ປະຈຳສ.ເກົາຫຼີ ຄຳສວຍ ແກ້ວດາລາວົງ ກໍໄດ້ຢືນຢັນຄວາມສຳຄັນຂອງການສຶກສາລຸ້ນໜຸ່ມຕ່າງໆຢູ່ຫວຽດນາມ ແລະ ລາວ ກ່ຽວກັບມູນເຊື້ອ, ຄວາມໝາຍ ແລະ ແງ່ຫວັງຂອງການພົວພັນແບບພິເສດລະຫວ່າງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top