• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ

      ງານພົບປະແລກປ່ຽນສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ ຖືກດຳເນີນໃນຕອນຄ່ຳວັນທີ 22 ທັນວາ, ໂດຍສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ສົມທົບກັບສະຖານທູດສ.ເກົາຫຼີ ປະຈຳຫວຽດນາມ ຈັດຕັ້ງ.
      ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສ.ເກົາຫຼີ ປະຈຳຫວຽດນາມ Lee Huyk ໃຫ້ຮູ້ວ່າ: ໃນໄລຍະ 25 ປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໄດ້ມີບັນດາບາດກ້າວພັດທະນາຢ່າງຂ້ຽວຂາດ. ມາຮອດປະຈຸບັນ, ສ.ເກົາຫຼີ ໄດ້ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ສຸດຢູ່ຫວຽດນາມ, ດ້ວຍຈຳນວນເງິນເກືອບ 60 ຕື້ USD. ຫວຽດນາມແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງສ.ເກົາຫຼີ. ຫວຽດນາມ ແມ່ນປະເທດເຊິ່ງມີຊາວເກົາຫຼີ ມາຢ້ຽມຢາມຫຼາຍກວ່າໝູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
        ທ່ານເອກອັກຄະລັດຖະທູດ Lee Huyk ຖືວ່າ, ການພົວພັນຮ່ວມມືຫວຽດນາມ - ສ.ເກົາຫຼີ ອາດຈະໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ, ໃນນັ້ນມີດ້ານການຄ້າ. ນອກນັ້ນ, ຄວາມຄ້າຍຄືກັນດ້ານວັດທະນະທຳຈະແມ່ນພື້ນຖານເພື່ອໃຫ້ 2 ປະເທດສຸມໃສ່ຮ່ວມມືກວ່າອີກ, ຈາກນັ້ນປະກອບສ່ວນຊຸກຍູ້ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.
ແຫຼ່ງຄັດຈາກ VOV

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top