• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

      ສະມາຄົມຈະສືບຕໍ່ປະຕິບັດບົດບາດຂອງຕົນເປັນຂົວເຊື່ອມຕໍ່, ໜູນຊ່ວຍ, ສົ່ງເສີມໃຫ້ເປັນຢ່າງດີ ເພື່ອແນໃສ່ພັດທະນາ, ເປີດກວ້າງການຮ່ວມມືກັບລາວ.

ທ່ານ ຮີ່ນແກ໊ກມ້າງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ງານພົບປະ
(ພາບ: TTXVN)
      ຕອນເຊົ້າວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ. ທ່ານ ຮີ່ນແກ໊ກມ້າງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ຢືນຢັນວ່າ: ສະມາຄົມຈະສືບຕໍ່ປະຕິບັດບົດບາດຂອງຕົນເປັນຂົວເຊື່ອມຕໍ່, ໜູນຊ່ວຍ, ສົ່ງເສີມໃຫ້ເປັນຢ່າງດີ ເພື່ອແນໃສ່ພັດທະນາ, ເປີດກວ້າງການຮ່ວມມືກັບລາວ. ທີ່ພິທີ, ທ່ານ ວັນໄຊ ໄຊເສນາ, ຮອງຫົວໜ້າກົງສູນໃຫຍ່ສປປ.ລາວ ປະຈຳນະຄອນໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບບັນດາຜົນງານຢ່າງຕັ້ງໜ້າໃນບັນດາຂົງເຂດເຊິ່ງປະຊາຊົນລາວ ບັນລຸໄດ້ໃນໄລຍະ 45 ປີຜ່ານມາ, ທ່ານຢືນຢັນວ່າ ບັນດາຜົນງານນັ້ນແມ່ນມີການສະໜັບສະໜູນອັນໃຫຍ່ຫຼວງ, ການຊ່ວຍເຫຼືອອັນລຳຄ່າ, ທັນການຂອງພັກ, ລັດດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ທ່ານ ວັນໄຊ ໄຊເສນາ ຖືວ່າ, ນ້ຳໃຈສາມັກຄີມິດຕະພາບອັນຜ່ອງໃສລະຫວ່າງລາວ - ຫວຽດໂດຍການນຳລຸ້ນຕ່າງໆຂອງ 2 ປະເທດສ້າງຕັ້ງ, ເພິ່ມພູນຄຸນສ້າງ ໄດ້ ແລະ ພວມໄດ້ຮັບຄວາມເຄົາລົບ, ປົກປັກຮັກສາ, ສືບທອດ, ສືບຕໍ່ພັດທະນາຈາກລຸ້ນນີ້ໄປສູ່ລຸ້ນອື່ນ.
(ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top