
ການຖະແຫຼງຂ່າວ ແນະນໍາກ່ຽວກັບ ງານປະກວດສຽງເພງ ອາຊຽນ + 3 ປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ
ຈັດຂຶ້ນໃນວັນທີ 22 ກໍລະກົດ
ຄະນະກໍາມະການໄດ້ຄັດເລືອກເອົາ 22 ນັກຮ້ອງທີ່ດີເດັ່ນກວ່າໝູ່ ເພື່ອພ້ອມກັນແຂ່ງຂັນໃນຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ເຊິ່ງຈະຖືກຈັດຂຶ້ນໃນວັນທີ 27 – 28 ກໍລະກົດ. ນີ້ແມ່ນຂ່າວຄາວທີ່ໄດ້ປະກາດໃນການຖະແຫຼງຂ່າວ ແນະນໍາກ່ຽວກັບ ງານປະກວດສຽງເພງ ອາຊຽນ + 3 ປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຂຶ້ນໃນວັນທີ 22 ກໍລະກົດ.
ກ່າວຄໍາເຫັນທີ່ການຖະແຫຼງຂ່າວ, ທ່ານ ໂງມິງຫຽນ, ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານປະກວດຄັ້ງນີ້ ໃຫ້ຮູ້ວ່າ:“ວິທະຍຸກະຈາຍສຽງຫວຽດນາມ ຢາກຈັດຕັ້ງເວທີປາໄສແລກປ່ຽນວັດທະນະທໍາຂອງບັນດາປະເທດ ອາຊຽນ ຜ່ານສຽງເພງ. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການພົວພັນສັນຕິພາບ, ມິດຕະພາບ ລະຫວ່າງບັນດາປະເທດໃນກຸ່ມ ອາຊຽນ ເວົ້າສະເພາະ ແລະ ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດຂອງຫວຽດນາມ ພາຍໃນກຸ່ມ ອາຊຽນ ເວົ້າລວມ. ງານປະກວດສຽງເພງ ອາຊຽນ +3 ມີຄວາມໝາຍແທດຈິງຫຼາຍຢ່າງ ບໍ່ພຽງແຕ່ກ່ຽວກັບດ້ານວັດທະນະທໍາ, ການບັນເທິງ ເທົ່ານັ້ນ ຫາກຍັງມີຄວາມສໍາຄັນດ້ານການເມືອງ, ການຕ່າງປະເທດອີກດ້ວຍ”.
ໃນຄໍ່າຄືນຈັດຮອບຊີງຊະນະເລີດ, ນອກຈາກການແຂ່ງຂັນຂອງບັນດານັກຮ້ອງ ແລ້ວ,ຍັງມີບັນດາລາຍການສະແດງສິລະປະຂອງບັນດານັກຮ້ອງທີ່ເປັນແຂກຖືກເຊີນຈາກ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ອີກດ້ວຍ ອາດຈະນໍາມາໃຫ້ທ່ານຜູ້ຊົມບັນດາລາຍການສະແດງສິລະປະທີ່ໜ້າປະທັບໃຈ, ສ້າງບັນຍາກາດດົນຕີທີ່ຫຼາກຫຼາຍສີສັນຜ່ານຫຼາຍພາສາທີ່ແຕກຕ່າງກັນ.
ງານປະກວດສຽງເພງ ອາຊຽນ + 3 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຄັ້ງທໍາອິດໃນປີ 2017, ຢູ່ ເຊີ່ມເຊີນ, ແຂວງແທັງຮວ໊າຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)