ງານບຸນ ອຽນຕຶ້ໄດ້ຮັບການຈັດຕັ້ງຢ່າງສົມກຽດ, ເຂັ້ມຂົ້ນໄປດ້ວຍສີສັນຊາດ. ໃນມື້ທຳອິດໄຂງານບຸນ, ແມ່ນເຫດການດຶງດູດປະຊາຊົນ ແລະນັກທ່ອງທ່ຽວມາຮ່ວມເປັນຈຳນວນຫລວງຫລາຍ. ພະອາຈານ ທິກດ້າວຫ່ຽນ, ຮອງຫົວຫນ້າສະພາບໍລິຫານງານ, ເລຂາສະມາຄົມພຸດທະສາສະຫນາ ຫວຽດນາມ ຢູ່ ແຂວງກວ໊າງນິງ ໃຫ້ຮູ້ວ່າ:
“ປິນີ້ ງານບຸນ ແມ່ນຟື້ນຟູຄືນພິທີການທີ່ເປັນມູນເຊື້ອເພື່ອແຫ່ບັນດາເຄື່ອງບູຊາພິເສດຊື່ງບັນດາທ້ອງຖິ່ນຢູ່ບໍລິເວນ ນະຄອນ ອວງບີ ຖະຫວາຍພະພຸດເຈົ້າຊີວິດ ເຈີນເຍິນຕົງ. ນັ້ນແມ່ນເຄື່ອງບູຊາໂດຍປະຊາຊົນທ້ອງຖິ່ນເຮັດເອງ”
ງານບຸນ ອຽນຕຶ້ ໃນຍາມລະດູບານໃຫມ່ ເຄີຍໄດ້ຈັດຕັ້ງໃນວັນທີ 10 ເດືອນຈຽງ ຂອງທຸກປີ ໄດ້ກາຍເປັນຈຸດວັດທະນະທຳອັນດີງາມຂອງຊາດ ຫວຽດນາມ, ເປັນການສະແດງໃຫ້ເຫັນມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ນີ້ແມ່ນງານບຸນໃຫຍ່ສຸດໃນຍາມຕົ້ນລະດູບານໃຫມ່ຢູ່ ແຂວງ ກວ໋າງນິງ ຊື່ງໄດ້ແກ່ຍາວ ໃນເວລາ 3 ເດືອນຕົ້ນປີ ແລະ ກາຍເປັນຈຸດນັດພົບຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດ.
ເພື່ອເຊີດຊູບັນດາຄຸນຄ່າມໍລະດົກວັດທະນະທຳ, ແຂວງ ກວ໋າງນິງພ້ອມກັບ ບາງທ້ອງຖິ່ນ ໄດ້ກະກຽມສຳເລັດສຳເນົາກ່ຽວກັບກຸ່ມປູຊະນິຍະສະຖານ ແລະ ທັດສະນີຍະພາບ ອຽນຕຶ໊ - ຫວິງງຽມ - ກົນເຊິນ - ກຽບບາກ ເພື່ອຍື່ນສະເຫນີ UNESCO ຮັບຮອງເອົາເປັນມໍລະດົກໂລກ.