ຂ່າວສານ

ງານບຸນ ອຽນຕຶຶ໋ ປີ 2025 ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວມາຮ່ວມເປັນຈຳນວນຫລວງຫລາຍ

ຕອນເຊົ້າວັນທີ 7 ກຸມພາ ປີ 2025 (ກົງກັບວັນທີ 10 ເດືອນຈຽງປີມະເສັງ), ງານບຸນ ອຽນຕືຍາມລະດູບານໃຫມ່ ໄດ້ໄຂຂຶ້ນຢູ່ສູນວັດທະນະທຳ ຈຸກເລີມອຽນຕຶ໊ ຕາແສງ ເທຶ້ອງອຽນກົງ, ນະຄອນ ອວງບີ ແຂວງ ກວ໋າງນິງ.
ພິທີໄຂງານບຸນ ອຽນຕຶ

ງານບຸນ  ອຽນຕຶ້ໄດ້ຮັບການຈັດຕັ້ງຢ່າງສົມກຽດ, ເຂັ້ມຂົ້ນໄປດ້ວຍສີສັນຊາດ. ໃນມື້ທຳອິດໄຂງານບຸນ, ແມ່ນເຫດການດຶງດູດປະຊາຊົນ ແລະນັກທ່ອງທ່ຽວມາຮ່ວມເປັນຈຳນວນຫລວງຫລາຍ. ພະອາຈານ ທິກດ້າວຫ່ຽນ, ຮອງຫົວຫນ້າສະພາບໍລິຫານງານ, ເລຂາສະມາຄົມພຸດທະສາສະຫນາ ຫວຽດນາມ ຢູ່ ແຂວງກວ໊າງນິງ ໃຫ້ຮູ້ວ່າ:

 “ປິນີ້ ງານບຸນ ແມ່ນຟື້ນຟູຄືນພິທີການທີ່ເປັນມູນເຊື້ອເພື່ອແຫ່ບັນດາເຄື່ອງບູຊາພິເສດຊື່ງບັນດາທ້ອງຖິ່ນຢູ່ບໍລິເວນ ນະຄອນ ອວງບີ ຖະຫວາຍພະພຸດເຈົ້າຊີວິດ ເຈີນເຍິນຕົງ. ນັ້ນແມ່ນເຄື່ອງບູຊາໂດຍປະຊາຊົນທ້ອງຖິ່ນເຮັດເອງ”           

ງານບຸນ ອຽນຕຶ້ ໃນຍາມລະດູບານໃຫມ່ ເຄີຍໄດ້ຈັດຕັ້ງໃນວັນທີ 10 ເດືອນຈຽງ ຂອງທຸກປີ ໄດ້ກາຍເປັນຈຸດວັດທະນະທຳອັນດີງາມຂອງຊາດ ຫວຽດນາມ, ເປັນການສະແດງໃຫ້ເຫັນມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ນີ້ແມ່ນງານບຸນໃຫຍ່ສຸດໃນຍາມຕົ້ນລະດູບານໃຫມ່ຢູ່ ແຂວງ ກວ໋າງນິງ ຊື່ງໄດ້ແກ່ຍາວ ໃນເວລາ 3 ເດືອນຕົ້ນປີ ແລະ ກາຍເປັນຈຸດນັດພົບຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດ.

ເພື່ອເຊີດຊູບັນດາຄຸນຄ່າມໍລະດົກວັດທະນະທຳ, ແຂວງ ກວ໋າງນິງພ້ອມກັບ ບາງທ້ອງຖິ່ນ ໄດ້ກະກຽມສຳເລັດສຳເນົາກ່ຽວກັບກຸ່ມປູຊະນິຍະສະຖານ ແລະ ທັດສະນີຍະພາບ ອຽນຕຶ໊ - ຫວິງງຽມ - ກົນເຊິນ - ກຽບບາກ ເພື່ອຍື່ນສະເຫນີ UNESCO ຮັບຮອງເອົາເປັນມໍລະດົກໂລກ.


top