• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຢູ່ຫຼາຍທ້ອງຖິ່ນ

ຕອນເຊົ້າ ວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ແມ່ນວັນບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ປີມະເມຍ. ພ້ອມກັບແຂວງ ຝູເຖາະ, ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ກໍ່ໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
  (ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ)  

ຢູ່​ວິ​ຫານ​ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ ຮຸ່ງ ຂຶ້​ນ​ກັບ​ຕາ​ແສງ ລອງ​ບິ່ງ, ນ​ະ​ຄອນ ໂຮ່​ຈີ​ມິນ, ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼາຍ​ໄດ້​ຈັດງານ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ ຂຶ້ນ​ຢ່າງ​ສະຫງ່າ. ທີ່​ພິ​ທີ, ທ່ານ ຫງວຽນ​ເຟືອກ​ລົກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ ໂຮ່​ຈີ​ມິນ, ຢຶນ​ຢັນ​ວ່າ ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ ຈະ​ສືບ​ທອດ​ມູນ​ເຊື້ອ​ຂອງ​ຊາດ, ມູນ​ເຊື້ອ​ຮັກ​ຊາດ, ມູນ​ເຊື້ອ​ປະ​ຕິ​ວັດ, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ພັດທະນາທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ໂບດ ຮຸ່ງ​ເວືອງ ຂຶ້ນ​ກັບ​ຫ​ໍ​ພິ​ພິ​ທະ​ພັນແຂວງ ວິ້ງ​ລອງ, ງານ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ ໄດ້​ຈັດ​ຂຶ້​ນ​ດ້ວຍບັນ​ດາ​ພິ​ທີ​ທີ່​ເປັນ​ມູນ​ເຊື້ອ, ຄື: ພິ​ທີ​ບູ​ຊາ, ຖະ​ຫວາຍເຄື່ອງ​ບູ​ຊາ ແລະ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ, ສະ​ແດງ​ຄວາມ​ເຄົາ​ລົບ ແລະ ຕອບ​ບຸນ​ແທນ​ຄຸນ​​ບັນ​ພະ​ບຸ​ລຸ​ດຢ່າງ​ເລິກ​ເຊິ່ງ​ຕໍ່​ຄຸນ​ງາມ​ຄວາມ​ດີ​ໃນການສ້າງຕັ້ງ​ປະ​ເທດ​ຊາດ​.

ໃນ​ວັນ​ດຽວ​ກັນ, ຢູ່​ວິ​ຫານ ເອົາ​ຫຼາກ (ຕາ​ແສງ ຊວັນ​ເຮືອງ - ດ່າ​ຫຼາດ), ມີ​ປະ​ຊາ​ຊົນ​ ແລະ ແຂກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມງານ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ. ສ່ວນ​ຢູ່​ວິ​ຫານ​ບູ​ຊາ ເຈົ້າ​ຊີ​ວີດ ຮຸ່ງ (ຕາ​ແສງ ຈີ​ຝາຍ), ແຂວງ ກ່າ​ເມົາ ກໍ່​ໄດ້​ຈັດ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງເວືອງ ປີ 2026 ເຊັ່ນ​ດຽວ​ກັນ.

(ແຫຼ່ງຄັດຈາກ VOV)

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ

ວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ແມ່ນວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ. ໂດຍເຈືອຈານເຂົ້າກັບບັນຍາກາດຂອງພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດໃນໂລກໄດ້ຈັດການເຄື່ອນໄຫວອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ.

Top