• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນລົງທົ່ງຂອງປະຊາຊົນບັນດາເຜົ່າຖືກຈັດຂຶ້ນຢູ່ຫຼາຍແຫ່ງ

ວັນທີ 29 ມັງກອນນີ້, ປະຊາຊົນ ແລະ ນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍໄດ້ເຕົ້າໂຮມກັນຢູ່ທົ່ງນາ ຕາແສງ ເມື່ອງກາງ, ເມືອງ ທານອວຽນ, ແຂວງລາຍເຈົາ ເພື່ອເຂົ້າຮ່ວມງານບຸນລົງທົ່ງຂອງຊາວເຜົ່າຜູ້ໄທ
  ຜູ້ຕາງໜ້າອຳນາດການປົກຄອງ ແລະ ຊາວບ້ານພ້ອມກັນລົງທົ່ງນາ ເພື່ອດຳເນີນການໄຖນາ ແລະ ຫວ່ານກ້າ  

ພິທີດັ່ງກ່າວປະກອບດ້ວຍຫຼາຍຂັ້ນຕອນເຊັ່ນ: ພິທີບູຊານາງຮັນ (ຜູ້ຈາກສະຫວັນຊັ້ນຟ້າຖືກຈັດສົ່ງມາຍັງໂລກມະນຸດເພື່ອຊ່ວຍປະຊາຊົນ ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປ້ອງກັນປະເທດ; ພິທີໄຫວ້ບູຊາພະອໍລະຫັນຜູ້ກໍ່ຕັ້ງໝູ່ບ້ານ, ພິທີໄຫວ້ບູຊາເຈົ້າປ່າ, ເຈົ້າພູ... ຕໍ່ຈາກນັ້ນ ແມ່ນຂັ້ນຕອນຈັດງານບຸນ, ຜູ້ຕາງໜ້າອຳນາດການປົກຄອງ ແລະ ຊາວບ້ານພ້ອມກັນລົງທົ່ງນາ ເພື່ອດຳເນີນການໄຖນາ ແລະ ຫວ່ານກ້າ, ຫວັງໃຫ້ປີໃໝ່ ດິນຟ້າອາກາດອຳນວຍຄວາມສະດວກ. ນອກນີ້, ຍັງມີການຫຼີ້ນເກມພື້ນເມືອງຄື: ໂຍນໝາກຄອນ, ຍິງທະນູ, ດຶງເຊືອກ, ສະແດງສິລະປະ…

ກໍ່ໃນວັນດຽວກັນ, ຢູ່ເມືອງ ຈຽມຮ່ວາ, ແຂວງ ຕວຽນກວາງ ໄດ້ຈັດຕັ້ງງານບຸນລົງທົ່ງ ອັນໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວນັບພັນຄົນເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ວັນ​ທີ 29 ມີນາ 2023, ຄະນະຊີ້ນຳວຽກງານຂ່າວສານ ການພົວພັນຕ່າງປະເທດ, ຄະນະໂຄສະນາອົບຮົມ​ສູນ​ກາງ, ສຳນັກ​ຂ່າວສານ ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ງານ​ຖະແຫຼງຂ່າວ​ ​ປຸກ​ລະ​ດົມ​ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX.

Top