• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ2016 ເຊີດຊູ້ການທ່ອງທ່ຽວທະເລ,ໝູ່ເກາະ

(ພາບ​ປະ​ກອບ)
          ຕາມ​ແຫຼ່ງ​ຂ່າວ​ຈາກ​ຄະ​ນະ​ຈັດ​ຕັ້ງ​ງານ​ຕະ​ຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ 2016 ໃນວັນ​ທີ 19/02 ໃຫ້​ຮ​ູ້​ວ່າ, ງານ​ຕະ​ຫຼາດ​ນັດ​ປີນີ້ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 14 – 17/04 ຢູ່​ສູນ​ງານ​ຕະ​ຫຼາດ​ນັດ​ຫວຽດ​ນາມ, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດ​ການ​ປະ​ຈ​ຳ​ປີ ໂດຍ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ ສົມ​ທົບ​ກັບ​ກົມ​ໃຫຍ່​ທ່ອງ​ທ່ຽວ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຮ່າ​ໂນ້ຍ ຈັດ​ຕັ້ງນັບ​ແຕ່​ປີ 2013. ງານ​ຕະ​ຫຼາດ​ນັດ​ປີນີ້​ມີ​ຫົວ​ຂໍ້ “ຫວຽດ​ນາມ - ແດນ​ສະ​ຫວັນ​ທະ​ເລ, ໝູ​່​ເກາະ”. ທີ່​ງານ​ຈະ​ຫຼາດ​ນັດ​ຄັ້ງ​ນີ້, ມີ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຫວຽດ​ນາມ ນັບ​ພັນ​ຢ່າງ ຈະ​ໄ​ດ້​ຮັບ​ການ​ໂຄ​ສະ​ນາ, ສະ​ໜອງ​ຂໍ້​ມູນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ. ໃນ​ຂອບ​ເຂດ​ງານ​ຕະ​ຫຼາດ​ນັດ​ຍັງ​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ, ກອງ​ປະ​ຊຸມ, ຫົວ​ເລື່ອ​ງ​ສະ​ເພາະອີກ​ດ້ວຍ.
​(ແຫຼ່ງຄັດ​ຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top