• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົ້ນຄວ້າ, ສ້າງບັນດານະໂຍບາຍລັດໜ້າທ່າອ່ຽງພົນລະເມືອງໃນເກັ່ນອາຍຸສູງຫຼາຍເກີນໄປ

ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ຕີລາຄາສູງໝາກຜົນທີ່ບັນດາກະຊວງ, ຂະແໜງການ, ອົງການ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ
ທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 30 ສິງຫາ, ຢູ່ສຳນັກງານລັດຖະບານ, ຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ ຫວຽດນາມ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັງລອງ, ປະທານຄະນະກຳມະການ, ເພື່ອວາງອອກເປົ້າໝາຍຈຸດສຸມໃນໄລຍະ 4 ເດືອນທ້າຍປີ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ຕີລາຄາສູງໝາກຜົນທີ່ບັນດາກະຊວງ, ຂະແໜງການ, ອົງການ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ໃນການປະຕິບັດບັນດານະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ເບິ່ງແຍງດູແລໃຫ້ຜູ້ອາຍຸສູງ. ທ່ານເນັ້ນໜັກວ່າ, ນະໂຍບາຍນີ້ນັບມື້ນັບຈະແຈ້ງ, ຄົບຖ້ວນພໍສົມຄວນສະຫງວນໃຫ້ຜູ້ອາຍຸສູງ; ມີຫຼາຍໂຄງການ, ແຜນຮ່າງໄດ້ຜັນຂະຫຍາຍ, ບັນດານະໂຍບາຍໜູນຊ່ວຍໄດ້ເພີ່ມຂຶ້ນ. ທ່ານສະເໜີວ່າ, ນັບແຕ່ນີ້ຮອດທ້າຍປີ, ບັນດາອົງການທີ່ກ່ຽວຂ້ອງຕ້ອງຄົ້ນຄວ້າບັນດານະໂຍບາຍຢ່າງຍາວນານສຳລັບຜູ້ອາຍຸສູງ, ຜ່ານນັ້ນ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ກຸ່ມເປົ້າໝາຍດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສະເໜີຕາແສງ ບິ່ງເລີ້ຍ ເວົ້າລວມ, ເຂດຊຸມຊົນບ້ານ 15 ເວົ້າສະເພາະ, ສືບຕໍ່ຮັກສານ້ຳໃຈຄວາມສາມັກຄີ; ເສີມຂະຫຍາຍບັນດາຮູບແບບການຄຸ້ມຄອງດ້ວຍຕົນເອງຢ່າງມີປະສິດທິຜົນ

Top