ຂ່າວສານ
ຄືກຄື້ນ “ວັນບຸນວັດທະນະທຳອາຫານການກິນ ຫວຽດນາມ ຢູ່ລາວ ປີ 2026” ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ
ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (1962-2027) ແລະ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ (1977-2027), ຕອນຄ່ຳວັນທີ 19 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດເຫດການ “ວັນບຸນວັດທະນະທຳອາຫານການກິນ ຫວຽດນາມ ຢູ່ ລາວ ປີ 2026”.
ທີ່ເຫດການ, ບັນດາຜູ້ແທນ ແລະ ເພື່ອນມິດສາກົນໄດ້ໄປຢ້ຽມຊົມ ແລະ ຊິມບັນດາເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດຂອງ ຫວຽດນາມ ຄື: ເຝີໄກ່, ບັ໋ນດາ ປູ ຫ໋າຍຝ່ອງ, ເຂົ້າໜົມບົວລອຍ, ເຂົ້າໜົມຊູເຊ, ສົ້ມໝູ ແທັງຮວາ, ຢໍ່ຈືນ, ເຂົ້າປຸ້ນງົວ ເຫວ້, ບັ໋ນແກັງ ທະເລ, ບັ໋ນແຊ່ວ, ບັ໋ນກວນ ພ້ອມກັບຜະລິດຕະພັນກະເສດ, ເຄື່ອງປຸງທີ່ມີຊື່ສຽງຄື: ຊາ, ກາເຟ, ພິກໄທ, ໂປ໋ຍກັກ... ກ່າວຄຳເຫັນໄຂພິທີ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຢັ້ງຢືນວ່າ ວັດທະນະທຳແມ່ນຂົວຕໍ່ນຳເພື່ອນມິດສາກົນຫຍັບເຂົ້າໃກ້ກັບປະເທດຊາດ, ມະນຸດ ແລະ ຈິດໃຈຊາວ ຫວຽດນາມ ຫຼາຍກວ່າອີກ. ທ່ານ ຫງວຽນມິງເຕິມ ເນັ້ນໜັກວ່າ:
ຢູ່ບັນດາຮ້ານວາງສະແດງອາຫານການກິນໃນມື້ນີ້, ພວກຂ້າພະເຈົ້າປາດຖະໜາຢາກໃຫ້ທຸກທ່ານບໍ່ພຽງແຕ່ຮັບປະທານບັນດາເຍື່ອງອາຫານພິເສດຂອງ ຫວຽດນາມ ໂດຍພໍ່ແມ່ປະຊາຊົນ ຫວຽດນາມ ຢູ່ ລາວ ປຸງແຕ່ງເອງເທົ່ານັ້ນ ຫາກຍັງຮູ້ສຶກໄດ້ເຖິງນ້ຳໃຈ, ຄວາມສຸດຈິດສຸດໃຈ ແລະ ຈຸດວັດທະນະທຳບ້ານເກີດເມືອງນອນທີ່ຝາກຝັງໃນອາຫານແຕ່ລະເຍື່ອງອີກດ້ວຍ.






