ຂ່າວສານ

ຄືກ​ຄື້ນ “​ວັນ​ບຸນ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ຫວຽດ​ນາມ ​ຢູ່​ລາວ ປີ 2026” ທີ່​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ ຫງວຽນ​ມິງ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ​ລາວ ຢັ້ງ​ຢືນວ່າ ​ວັດ​ທະ​ນະ​ທຳ​ແມ່ນ​ຂົວ​ຕໍ່​ນຳ​ເພື່ອນ​ມິດ​ສາ​ກົນຫຍັບເຂົ້າ​ໃກ້ກັບ​ປະ​ເທດ​ຊາດ, ມະ​ນຸດ ແລະ ຈິດ​ໃຈ​ຊາວ ​ຫວຽດ​ນາມ ຫຼາຍ​​ກວ່າອີກ.
  ທ່ານ ຫງວຽນ​ມິງ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ​ລາວ ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ (ພາບ: VNA)  

​ເພື່ອ​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ຫວຽດ​ນາມ - ລາວ (1962-2027) ແລະ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ (1977-2027), ຕອນ​ຄ່ຳ​ວັນ​ທີ 19 ພະ​ຈິກ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ​ ໄດ້​ຈັດ​ເຫດ​ການ “ວັນ​ບຸນ​ວັດ​ທະ​ນະ​ທຳອາ​ຫານ​ການ​ກິນ ຫວຽດ​ນາມ ຢູ່​ ລາວ ປີ 2026”.

ທີ່​ເຫດ​ການ, ບັນ​ດາ​ຜູ້​ແທນ ແລະ ເພື່ອນ​ມິດ​ສາ​ກົນໄດ້ໄປ​ຢ້ຽມ​ຊົມ ແລະ ຊິມບັນດາ​ເຍື່ອງ​ອາ​ຫານ​ທີ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ຊາດຂອງ ຫວຽດ​ນາມ​ ຄື: ເຝີໄກ່, ບັ໋ນດາ ປູ​ ຫ໋າຍ​ຝ່ອງ, ເຂົ້າ​ໜົມ​ບົວ​ລອຍ, ເຂົ້າ​ໜົມ​ຊູ​ເຊ, ​ສົ້ມໝູ ແທັງ​ຮ​ວາ, ຢໍ່​ຈືນ, ເຂົ້າ​ປຸ້ນ​ງົວ ເຫວ້, ບັ໋ນແກັງ ​ທະ​ເລ, ບັ໋ນ​ແຊ່ວ, ບັ໋ນ​ກວນ ພ້ອມ​ກັບ​ຜະ​ລິດ​ຕະ​ພັນ​ກະ​ເສດ​, ເຄື່ອງ​ປຸງ​ທີ່​ມີຊື່ສຽງຄື: ຊາ, ກາ​ເຟ, ພິກ​ໄທ, ໂປ໋ຍ​ກັກ... ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ ຫງວຽນ​ມິງ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ​ລາວ ຢັ້ງ​ຢືນວ່າ ​ວັດ​ທະ​ນະ​ທຳ​ແມ່ນ​ຂົວ​ຕໍ່​ນຳ​ເພື່ອນ​ມິດ​ສາ​ກົນຫຍັບເຂົ້າ​ໃກ້ກັບ​ປະ​ເທດ​ຊາດ, ມະ​ນຸດ ແລະ ຈິດ​ໃຈ​ຊາວ ​ຫວຽດ​ນາມ ຫຼາຍ​​ກວ່າອີກ. ທ່ານ ຫງວຽນ​ມິງ​ເຕິມ ເນັ້ນ​ໜັກ​ວ່າ:

ຢູ່​​ບັນ​ດາຮ້ານ​ວາງ​ສະ​ແດງ​ອາ​ຫານ​ການ​ກິນ​ໃນ​ມື້​ນີ້, ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ໃຫ້ທຸກ​ທ່ານ​ບໍ່​ພຽງ​ແຕ່​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ ຫວຽດ​ນາມ ໂດຍ​ພໍ່​ແມ່​ປະ​ຊາ​ຊົນ ຫວຽດ​ນາມ ຢູ່​ ລາວ ​ປຸງ​ແຕ່ງເອງເທົ່າ​ນັ້ນ ​ຫາກ​ຍັງ​ຮູ້​ສຶກ​ໄດ້​ເຖິງນ້ຳ​ໃຈ, ຄວາມ​ສຸດ​ຈິດ​ສຸດ​ໃຈ ແລະ ຈຸດ​ວັດ​ທະ​ນະ​ທຳ​ບ້ານ​ເກີດ​ເມືອງນອນ​ທີ່​ຝາກ​ຝັງ​ໃນ​ອາ​ຫານ​ແຕ່​ລະ​ເຍື່ອງ​ອີກ​ດ້ວຍ.


top