• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຳ​ໝັ້ນ​ໝາຍ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ

ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ກວ່າ 69 ລ້ານຄົນ ຈະປະຕິບັດສິດ ແລະ ພັນທະພົນລະເມືອງເມື່ອໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV  ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021  2026. ເລື່ອງ ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນປະຕິບັດຄຳໝັ້ນໝາຍ, ລາຍການເຄື່ອນໄຫວຂອງຕົນ ຈະປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງໃນຈິດໃຈຂອງປະຊາຊົນ.

ທີ່ການເລືອກຕັ້ງຈະຈັດຂຶ້ນໃນວັນທີ 23 ພຶດສະພານີ້ ບັນດາ ຜູ້ມີສິດເລືອກຕັ້ງ ຈະເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) 500 ຄົນ, ສະມາຊິກສະພາປະຊາຊົນ ທຸກຂັ້ນ 3.727 ຄົນ. ເພື່ອໃຫ້ກາຍເປັນຜູ້ແທນໂດຍປະຊາຊົນເລືອກຕັ້ງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ລ້ວນແຕ່ຜ່ານຂັ້ນຕອນລວມມີ ຫລາຍບາດກ້າວ ດ້ວຍການເຈລະຈາ 3 ຮອບ. ນີ້ແມ່ນບັນດາບາດກ້າວຄັດເລືອກເພື່ອເລືອກເຟັ້ນຜູ້ມີມາດຕະຖານພຽງພໍ ແລະ ແມ່ນຕົວແທນຢ່າງແທ້ຈິງ.

ເລື່ອງກາຍເປັນຜູ້ແທນໂດຍປະຊາຊົນເລືອກຕັ້ງ ຢູ່ ອົງການມີສິດອຳນາດສູງສຸດຂອງສູນກາງ ຫລື ອົງການມີສິດອຳນາດສູງສຸດຂອງລັດຢູ່ ທ້ອງຖິ່ນ ແມ່ນຄວາມເປັນກຽດ ສຳລັບບໍ່ວ່າຜູ້ສະໝັກຮັບເລືອກຕັ້ງທ່ານໃດໃນການເລືອກຕັ້ງນີ້.

ຮ່າໂນ້ຍ ຂຶ້ນແຜນຢ່າງລະອຽດ, ຈັດຕັ້ງໃຫ້ຜູ້ມີສິດເລືອກຕັ້ງຢູ່ເຂດແຍກຕົວ ເຂົ້າຮ່ວມການປ່ອນບັດ ແລະ ປະຕິບັດສິດພົນລະເມືອງຂອງຕົນ

ວັນທີ 6 ມັງກອນປີ 1946 ໃນການເລືອກຕັ້ງທົ່ວະເທດຄັ້ງທຳອິດຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປະຈຸບັນ ແມ່ນ ສສ ຫວຽດນາມ, ທ່ານປະທານໂຮ່ຈີມິນ ໄດ້ຮັບເລືອກຕັ້ງດ້ວຍບັດສະຫນັບສະຫນູນຂອງປະຊາຊົນເກືອບ 100%. ທີ່ພິທີຈັດຂຶ້ນຫລັງການເລືອກຕັ້ງ, ເພິ່ນ ມີຄຳໝັ້ນໝາຍ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອ ເອກະລາດ, ເສລີພາບ ຄວາມຜາສຸກຂອງປະຊາຊົນ. ຄຳໝັ້ນໝາຍນັ້ນ ໄດ້ປະກົດຜົນເປັນຈິງ.

ໃນການໂອ້ລົມກັບປະຊາຊົນນະຄອນຫລວງ ເນື່ອງໃນໂອກາດດຳເນີນກອງປະຊຸມເທື່ອທີ 1 ສະພາແຫ່ງຊາດຊຸດທີ II ເມື່ອວັນທີ 15 ກໍລະກົດປີ 1960, ເພິ່ນ ກໍ່ຊີ້ແຈ້ງ ກ່ຽວກັບຄຸນນະທາດຈັນຍາບັນຂອງຜູ້ເປັນ ສສຊ: “ສສຊ ທັງໝົດ ຕ້ອງໝັ້ນໝາຍຕໍ່ປະຊາຊົນ: ເມື່ອໄດ້ຮັບເລືອກຕັ້ງເຂົ້າໃນສະພາແຫ່ງຊາດເພື່ອເປັນ ສສຊ ບໍ່ແມ່ນເພື່ອເປັນການນຳ ເປັນຜູ້ໃຫຍ່ ຫາກແມ່ນຜູ້ຈົ່ງຮັກພັກດີຕໍ່ປະຊາຊົນ”. ໝາຍຄວາມວ່າ ໄດ້ມີຄຳໝັ້ນໝາຍຕໍ່ປະຊາຊົນຕ້ອງເຮັດໃຫ້ໄດ້. ຍິ່ງກວ່ານັ້ນ ແມ່ນຄວາມຮຽກຮ້ອງ “ເວົ້າຕ້ອງໄປຄຽງຄູ່ກັບການກະທຳ”.

ທະຫານປ້ອງກັນຊາຍແດນແຂວງ ອານຢາງ ແນະນຳກ່ຽວກັບຊີວະປະຫວັດຂອງຜູ້ສະໝັກເລືອກຕັ້ງ ໃຫ້ແກ່ພະນັກງານ, ນັກຮົບໃນກົມກອງ

ໄລຍະຜ່ານມາ, ນັບແຕ່ເມື່ອ ພາຍຫລັງ ສະພາເລືອກຕັ້ງແຫ່ງຊາດ ປະກາດ ບັນຊີລາຍຊື່ເລືອກຕັ້ງມາຮອດຈຸດເວລາ ກ່ອນ 24 ຊົ່ວໂມງເລີ່ມຕົ້ນການປ່ອນບັດ, ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນໄດ້ ມີຫລາຍຮູບການຂົນຂວາຍຫາສຽງເລືອກຕັ້ງ, ການພົບປະກັບຜູ້ມີສິດເລືອກຕັ້ງໂດຍກົງ ຫລື ອອນລາຍ. ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ຍົກອອກບັນດາລາຍການກະທຳເພື່ອປະຕິບັດຄວາມຮັບຜິດຊອບຂອງຕົວແທນຖ້າຫາກໄດ້ຮັບການເລືອກຕັ້ງ.

ຈຸດລວມ ແມ່ນ ລາຍການກະທຳລ້ວນແຕ່ສະແດງໃຫ້ເຫັນຄວາມສະຫນິດຕິດພັນ, ໃກ້ຊິດຕິດແທດກັບປະຊາຊົນ, ຕັ້ງຫນ້າປະກອບແນວຄວາມຄິດເພື່ອສ້າງສາທ້ອງຖິ່ນ ແລະ ປະເທດຊາດ ໃຫ້ນັບມື້ນັບພັດທະນາ.. ບັນດາເນື້ອໃນລະອຽດແມ່ນສຸມໃສ່ຫລາຍບັນຫາສ້າງສາປະເທດຊາດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນຄື: ປະຕິບັດບັນດາຫນ້າທີ່ພັດທະນາເສດຖະກິດ ສັງຄົມ, ບັນດາແຜນຮ່າງ, ນະໂຍບາຍກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນຜູ້ທຸກຍາກ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວນະໂຍບາຍ, ປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ, ບັນດານະໂຍບາຍກ່ຽວກັບການຫນູນຊ່ວຍວຽກເຮັດງານທຳ, ຍົກສູງຄຸນນະພາບການສຶກສາບຳລຸງສ້າງ…

ຜູ້ມີສິດເລືອກຕັ້ງທຸກໆຄົນລ້ວນແຕ່ຕັ້ງຄວາມເຊື່ອໝັ້ນ: ຖ້າຫາກໄດ້ຮັບການເລືອກຕັ້ງ, ບັນດາຜູ້ແທນ ຈະເສີມຂະຫຍາຍຄວາມອາດສາມາດ, ບົດຮຽນ ປະສົບການຂອງຕົນໃຫ້ດີທີ່ສຸດ,ປະຕິບັດຄຳໝັ້ນໝາຍກໍ່ຄືຫນ້າທີ່ຄວາມຮັບຜິດຊອບຂອງ ຕົວແທນໂດຍປະຊາຊົນເລືອກຕັ້ງໃຫ້ສຳເລັດຢ່າງຈົບງາມ.

ໃນ 75ປີແຫ່ງການພັດທະນາຂອງສະພາແຫ່ງຊາດ ຫວຽດນາມ, ຜ່ານບັນດາການເລືອກຕັ້ງ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ໄດ້ເລືອກຕັ້ງບັນດາຜູ້ແທນທີ່ສົມເປັນໂດຍຕາງຫນ້າໃຫ້ປະຊາຊົນ, ປະຕິບັດສິດຕາງຫນ້າໃຫ້ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ຢູ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.

ກ່ອນດຳເນີນການເລືອກຕັ້ງເມື່ອວັນທີ 23 ພຶດສະພາ ເພື່ອເລືອກຕັ້ງບັນດາ ສສຊ ຊຸດທີ XV, ສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2016- 2021, ຜູ້ມີສິດເລືອກຕັ້ງທົ່ວປະເທດ ສືບຕໍ່ຕັ້ງຄວາມເຊື່ອໝັ້ນຕໍ່ເລື່ອງ ຜູ້ສະໝັກຮັບເລືອກຕັ້ງ ແຕ່ລະຄົນ ຫັນຄຳໝັ້ນໝາຍ, ລາຍການກະທຳຂອງຕົນໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ຮອດປີ 2030, ກາເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ.

Top