• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຳໝັ້ນສັນຍາຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ແມ່ນແທດຈິງ

ລັດຖະບານ ພວມສຸມໃສ່ສືບຕໍ່ສ້າງສຳເລັດ, ຍູ້ໄວລະດັບຄວາມຄືບໜ້າບັນດາໂຄງການສ້າງໂຄງປະກອບຂອບຂະໜາດໃຫຍ່. ພິເສດແມ່ນຜັນຂະຫຍາຍບັນດາເອກະສານແນະນຳກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).
ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ

ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນກຸມພາຂອງລັດຖະບານ ຊຶ່ງຈັດຂຶ້ນໃນຕອນຄ່ຳວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ການນຳກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ: 2 ເດືອນຕົ້ນປີ, ໃນການເຄື່ອນໄຫວດຶງດູດການລົງທຶນຈາກຕ່າງປະເທດພວມສືບຕໍ່ທ່າຕັ້ງໜ້າຂອງຊຸມເດືອນທ້າຍປີ. ການປ່ອຍເງິນລົງທຶນຕ່າງປະເທດເພີ່ມຂຶ້ນເຖິງ 9,8% ເທົ່າກັບ 2,8 ຕື້ໂດລາສະຫະລັດ, ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ແມ່ນແທດຈິງ. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ເຈິ່ນກວັກເຟືອງ, ໃຫ້ຮູ້ວ່າ:

“ເປັນໜ້າສົນໃຈກ່ຽວກັບເງິນລົງທຶນຕ່າງປະເທດ ຢູ່ ຫວຽດນາມ ແມ່ນອັດຕາກ່ຽວກັບທຶນໃໝ່ ແລະ ໂຄງການໃໝ່ສູງທີ່ສຸດ. ນີ້ແມ່ນສັນຍານທີ່ດີ ແລະ ແງ່ຫວັງຈຳນວນທຶນໃໝ່ນີ້ຈະສົ່ງຜົນກະທົບເຖິງການເຕີບໂຕຂອງ ຫວຽດນາມ ໃນປີ 2024 ກໍ່ຄືປີ 2025”

ເມື່ອເຕື້ອງເຖິງບັນດາມາດຕະການກະໂດດຂັ້ນ ເພື່ອແນໃສ່ດຶງດູດບັນດາໂຄງການໃຫຍ່, ບັນດານັກລົງທຶນໃຫຍ່ມາ ຫວຽດນາມ, ທ່ານຮອງລັດຖະມົນຕີ ເຈິ່ນກວັກເຟືອງ ໃຫ້ຮູ້ວ່າ: ລັດຖະບານ ພວມສຸມໃສ່ສືບຕໍ່ສ້າງສຳເລັດ, ຍູ້ໄວລະດັບຄວາມຄືບໜ້າບັນດາໂຄງການສ້າງໂຄງປະກອບຂອບຂະໜາດໃຫຍ່. ພິເສດແມ່ນຜັນຂະຫຍາຍບັນດາເອກະສານແນະນຳກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top