ຂ່າວສານ
ຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈີມິນ-ຄຸນຄ່າທິດສະດີ ແລະ ພຶດຕິກຳຕົວຈິງສຳລັບຂະບວນການແຂ່ງຂັນຮັກຊາດ

ທ່ານນາງ ດັ້ງທິງອັກທິ້ງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
ຕອນເຊົ້າວັນທີ 8 ມິຖຸນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ຄະນະແຂ່ງຂັນ - ຍ້ອງຍໍສູນກາງຈັດຕັ້ງກອງປະຊຸມສຳມະນາວິທະຍາສາດແຫ່ງຊາດ “ຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈີມິນ-ຄຸນຄ່າທິດສະດີ ແລະ ພຶດຕິກຳຕົວຈິງສຳລັບຂະບວນການແຂ່ງຂັນຮັກຊາດໃນປະຈຸບັນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈີມິນ ຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 – 11/6/2018). ທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດ, ຮອງປະທານຜູ້ທີໜຶ່ງສະພາແຂ່ງຂັນຍ້ອງຍໍສູນກາງ ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມສຳມະນາ.

ກອງປະຊຸມສຳມະນາ ຈັດຕັ້ງໃນວັນທີ 8 ມິຖຸນາ
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ: ຄຳຮຽກຮ້ອງແຂ່ງຂັນຮັກຊາດໄດ້ກາຍເປັນເອກະສານເຕົ້າໂຮມການຊີ້ນຳອັນລ້ຳຄ່າທີ່ສຸດ, ມີຄຸນຄ່າເລິກເຊິ່ງທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງສຳລັບຂະບວນການແຂ່ງຂັນຮັກຊາດຢ່າງແທ້ຈິງ. ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທິ້ງ ໃຫ້ຮູ້ວ່າ:
“ບັນດາໄຊຊະນະອັນໃຫຍ່ຫຼວງຂອງການປະຕິວັດ ຫວຽດນາມ ຜ່ານໄລຍະປະຫວັດສາດຄັ້ງຕ່າງໆ ລ້ວນແຕ່ບັນທຶກຢ່າງຈະແຈ້ງຂີດໝາຍແຫ່ງການຈັດຕັ້ງບັນດາຂະບວນການແຂ່ງຂັນຮັກຊາດຂອງປະຊາຊົນ ຫວຽດນາມ ຢ່າງມີປະສິດທິຜົນ. ການແຂ່ງຂັນແມ່ນກຳລັງໜູນໃຈ ແລະ ຜ່ານນັ້ນສ້າງກຳລັງແຮງດ້ານວັດຖຸອັນໃຫຍ່ຫຼວງ, ປະກອບສ່ວນລະດົມຜູ້ມີຄວາມເກັ່ງກ້າສາມາດ, ມີກຳລັງແຮງທາງກາຍ ແລະ ໃຈ, ກຳລັງແຮງດ້ານຊັບສິນເງິນຄຳສຳລັບພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ, ປົກປັກຮັກສາປະເທດຊາດ.”
(ແຫຼ່ງຄັດຈາກ VOV)