• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຳຮຽກຮ້ອງຕ້ານໂລກລະບາດຂອງທ່ານເລຂາທິການໃຫຍ່ ໄດ້ປຸກລຸກຄວາມຕັດສິນໃຈສູງ, ການຮ່ວມແຮງຮ່ວມໃຈຕ້ານໂລກລະບາດ

ຄຳຮຽກຮ້ອງໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຂອງປະຊາຊົນທຸກຊັ້ນວັນນະ, ປະຊາຄົມວິສາຫະກິດ, ປຸກລຸກຈິດໃຈຕັດສິນໃຈ, ຄວາມສາມັກຄີທຸກຄົນເປັນໜຶ່ງດຽວ, ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ, ທຸກຂັ້ນ, ທຸກຂະແໜງການ ຍູ້ໂລກລະບາດໃຫ້ຖອຍໄປ.
(ພາບປະກອບ)

ວັນທີ 29 ກໍລະກົດ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ອອກຄຳຮຽກຮ້ອງຝາກເຖິງພໍ່ແມ່ປະຊາຊົນ, ເພື່ອນສະຫາຍ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດດ້ວຍຄວາມຕັດສິນໃຈສູງ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”, ປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດ. ຄຳຮຽກຮ້ອງໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຂອງປະຊາຊົນທຸກຊັ້ນວັນນະ, ປະຊາຄົມວິສາຫະກິດ, ປຸກລຸກຈິດໃຈຕັດສິນໃຈ, ຄວາມສາມັກຄີທຸກຄົນເປັນໜຶ່ງດຽວ, ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ, ທຸກຂັ້ນ, ທຸກຂະແໜງການ ຍູ້ໂລກລະບາດໃຫ້ຖອຍໄປ. ຕໍ່ໜ້າຄວາມຕັດສິນໃຈສູງຂອງຜູ້ນຳໜ້າປະເທດຊາດ, ປ້າ ຫງວຽນທິຊວັນ, ປະຊາຊົນຢູ່ເມືອງ ມິ້ດຶກ, ແບ່ງປັນວ່າ:

        “ໃນຈຸດເວລານີ້, ຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນກຳລັງໜູນຢ່າງໃຫຍ່ຫຼວງທີ່ສຸດສຳລັບທຸກຄົນ ແລະ ຂ້າພະເຈົ້າເອງຕ້ອງມານະພະຍາຍາມກວ່າອີກເພື່ອເຮັດແນວໃດ ໄດ້ຮັບໄຊຊະນະຕໍ່ໂລກລະບາດໂຄວິດ-19 ຢ່າງໄວທີ່ສຸດ. ຂ້າພະເຈົ້າເອງກໍ່ສຸມໃສ່ປະຕິບັດ 5 ປະການ, ແຍກຫ່າງ, ທຸກຄົນລ້ວນແຕ່ມີຈິດໃຈຄວາມຮັບຜິດຊອບ, ສະຕິປະຕິບັດຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ເປັນຢ່າງສູງ”.

          ສ່ວນທ່ານ ມາຍຕຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສະແດງວ່າ ຄຳຮຽກຮ້ອງດ້ວຍຈິດໃຈຮັກຊາດ, ຮັກແພງປະຊາຊົນ ແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງ ຕໍ່ປະຊາຊົນທຸກຊັ້ນວັນນະເວົ້າລວມ ແລະ ປະຊາຄົມວິສາຫະກິດເວົ້າສະເພາະ:

          “ປະຊາຄົມວິສາຫະກິດ, ນັກທຸລະກິດໃນທົ່ວປະເທດ ໄດ້ຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ໃຫ້ບຸລິມະສິດໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດ ເພື່ອປົກປ້ອງຊີວິດອິນຊີຂອງປະຊາຊົນ, ແຕ່ກໍ່ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອຮັກສາການຜະລິດດຳເນີນທຸລະກິດ, ໃນເງື່ອນໄຂສາມາດເຮັດໄດ້ເພື່ອສາມາດຊ່ວຍ ປຊຊ ໃນການຫາເງິນລ້ຽງຊີບ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top