• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ການ​ປະ​ຕິ​ບັດ​ວຽກງານ​​ຂອງ ລັດ​ຖະ​ບານ

ກ່າວຄຳເຫັນປິດກອງປະຊຸມຄັ້ງທີ 53, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ລັດຖະບານ, ບັນດາກຳມາທິການຂອງສະພາແຫ່ງຊາດ ອີງໃສ່ບົດສະຫຼຸບຂອງກອງປະຊຸມເພື່ອສ້າງເອກະສານໃຫ້ສົບບູນແບບເພື່ອລາຍງານຕໍ່ກອງປະຊຸມຄັ້ງທີ 11.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 53, ຕອນເຊົ້າວັນທີ 23 ກຸມພາ, ເມື່ອປະກອບຄຳເຫັນໃສ່ບົດລາຍການການປະຕິບັດງານອາຍຸການ 2016 – 2021 ຂອງລັດຖະບານ, ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານຕີລາຄາຢ່າງຖືກຕ້ອງສະພາບການ ແລະ ຄວາມເຂັ້ມແຂງ ຂອງພື້ນຖານເສດຖະກິດ ຕໍ່ໜ້າສະພາບການແກ່ຍາວຂອງໂລກລະບາດໂຄວິດ - 19 ເພື່ອແກ້ໄຂບັນດາບັນຫາໃນພຶດຕິກຳຕົວຈິງຢ່າງທັນການ.

ກ່າວຄຳເຫັນປິດກອງປະຊຸມຄັ້ງທີ 53, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ລັດຖະບານ, ບັນດາກຳມາທິການຂອງສະພາແຫ່ງຊາດ ອີງໃສ່ບົດສະຫຼຸບຂອງກອງປະຊຸມເພື່ອສ້າງເອກະສານໃຫ້ສົບບູນແບບເພື່ອລາຍງານຕໍ່ກອງປະຊຸມຄັ້ງທີ 11. ທ່ານນາງປະທານສະພາແຫ່ງຊາດໄດ້ສະເໜີສືບຕໍ່ປະຕິບັດຕາມເນື້ອໃນຈິດໃຈການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຖືກຕ້ອງ, ເປັນຕົ້ນແມ່ນໃນກອງປະຊຸມຄັ້ງທີ 11 ເພື່ອໃຫ້ກອງປະຊຸມໄດ້ດຳເນີນຢ່າງເຂັ້ມງວດ, ມີ ຄວາມຮັບຜິດຊອບ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top