• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ເຂົ້າ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ຈຳ​ໜ່າຍ​ພິ​ເສດ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 37 ຂອງ ຄະນະປະຈຳສະພາແຫ່ງຊາດ, ວັນທີ 26 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອາກອນຈຳໜ່າຍພິເສດ (ສະບັບປັບປຸງ).
ກອງປະຊຸມຄັ້ງທີ 37 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ໃນກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອາກອນຈຳໜ່າຍພິເສດ (ສະບັບປັບປຸງ) ໂດຍ ສະຫະສະມາຄົມວິສາຫະກິດນັກລົງທຶນຕ່າງປະເທດ ສົມທົບກັບ ໜັງສືພິມ ຜູ້ແທນປະຊາຊົນ ຈັດຂຶ້ນຫວ່າງແລ້ວນີ້, ບັນດາວິສາຫະກິດມີຄວາມເຫັນດີເຫັນພ້ອມກັບທັດສະນະຂອງພັກ ແລະ ລັດ ໃນການນຳໃຊ້ນະໂຍບາຍອາກອນຈຳໜ່າຍພິເສດ ເພື່ອຮັກສາສຸຂະພາບຂອງປະຊາຊົນ, ຈຳກັດການຈຳໜ່າຍບັນດາປະເພດສິນຄ້າທີ່ສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບ ເປັນຕົ້ນແມ່ນເຫຼົ້າ, ເບຍ, ຢາສູບ.

ກໍໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ, ຕົກລົງການດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດ; ປະກອບຄຳເຫັນໃສ່ບົດລາຍການລັດຖະບານກ່ຽວກັບການຮັບພົນລະເມືອງ, ແກ້ໄຂຄຳຮ້ອງທຸກຮ້ອງຟ້ອງ, ການກ່າວຫາກ່ຽວກັບການບໍລິຫານ ປີ 2024; ພິຈາລະນາການຈັດແບ່ງແຜນການລົງທຶນພາກລັດ ໄລຍະກາງ ດ້ວຍງົບປະມານສູນກາງ ໄລຍະ 2021 – 2025 ແລະ ແຜນການ ທຶນປີ 2024 ໃຫ້ແກ່ບັນດາໜ້າທີ່, ໂຄງການທີ່ນຳໃຊ້ແຫຼ່ງເພີ່ມການເກັບງົບປະມານສູນກາງປີ 2022 ທີ່ໄດ້ສຳເລັດລະບຽບການລົງທຶນແລ້ວ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top