• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳສະ​ພາ​ແຫ່ງ​ຊາດ​ປະກອບ​ຄຳ​ເຫັນໃສ່​ຮ່າງ​ກົດ​ໝາຍ​ບາງ​ສະ​ບັບ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມເທື່ອທີ 10, ວັນທີ 18 ເມສາ ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ ແລະ ຮ່າງກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ).

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ

ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ ແມ່ນເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງ, ຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຄຳຮຽກຮ້ອງຂອງການເຊື່ອມໂຍງເຂົ້າກັບສາກົນ ແລະ ແກ້ໄຂບັນຫາທີ່ຍັງບໍ່ທັນເໝາະສົມ, ຂໍ້ຕິດຂັດທີ່ເກີດຂຶ້ນໃໝ່ຈາກການຄຸ້ມຄອງຕົວຈິງ, ຮັບປະກັນລັກສະນະເປັນເອກະພາບຂອງລະບົບກົດໝາຍໃນປັດຈຸບັນກ່ຽວກັບການຄຸ້ມຄອງ, ນຳໃຊ້ຄວາມຖີ່ວິທະຍຸ.

    ຮ່າງກົດໝາຍວ່າດ້ວຍການກວດກາ ໄດ້ກຳນົດກ່ຽວກັບການຈັດຕັ້ງ, ປະຕິບັດວຽກງານກວດກາຂອງລັດ; ທັດສະນະ, ຫຼັກການປັບປຸງກົດໝາຍວ່າດ້ວຍການກວດກາ ແມ່ນເຊື່ອມຊຶມ ແລະ ຫັນແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດກ່ຽວກັບວຽກງານກວດກາເປັນລະອຽດ; ເໝາະສົມກັບຄວາມຮຽກຮ້ອງຕ້ອງການປະຕິຮູບການບໍລິຫານລັດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top