• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ແຂ່ງ​ຂັນຢ່າງໜ້າ​ປະ​ທັບ​ໃຈ, ຄວ້າ​ໄດ້​ຫຼຽ​ນ​ຄຳ​ຕື່ມ​ອີກ 9 ຫຼຽນ ຢູ່ SEA Games 33

ຈຸດເດັ່ນໃນວັນແມ່ນຜົນງານຂອງທິມບານເຕະຊາຍ U22 ຫວຽດນາມ ໃນຮອບຊິງຊະນະເລີດເມື່ອຍາດໄດ້ໄຊຊະນະຕໍ່ທິມບານເຕະຊາຍ U22 ໄທ.
ທິມບານເຕະຊາຍ U22 ຫວຽດນາມ (ພາບ: VOV)
ວັນທີ 19 ທັນວາ, ວັນແຂ່ງຂັນທີ 10 ຂອງ SEA Games 33 ເຊິ່ງໄດ້ຮັບຖືວ່າແມ່ນຈຸດເວລາຫຼັກເມື່ອຄະນະນັກກິລາ ຫວຽດນາມ ກ້າວເຂົ້າສູ່ການແຂ່ງຂັນຕັດສິນອັນດັບໃນຕາຕະລາງຈັດອັນດັບຫຼຽນລາງວັນ. ຈຸດສຸມຂອງວັນແຂ່ງຂັນມື້ນີ້ແມ່ນ ກິລາປະເພດ Boxing, ເຊິ່ງແມ່ນບ່ອນທີ່ບັນດານັກຕີມວຍ ຫວຽດນາມ ແຂ່ງຂັນຮອບຊິງຊະນະເລີດ 6 ນັດ. ພ້ອມກັນນັ້ນ, ກິລາແຂ່ງມວຍປ້ຳປະເພດຊາຍ ກ້າວເຂົ້າສູ່ຮອບຊິງຊະນະເລີດ 4 ນັດ ດ້ວຍຫຼາຍໂອກາດຄວ້າໄດ້ຫຼຽນຄຳ. ກ່ອນໜ້ານັ້ນ, ໃນການແຂ່ງຂັນວັນທີ 18 ທັນວາ, ກິລາ ຫວຽດນາມ ຄວ້າໄດ້ຫຼາຍຜົນງານທີ່ໜ້າປະທັບໃຈ ດ້ວຍ 9 ຫຼຽນຄຳ. ຈຸດເດັ່ນໃນວັນແມ່ນຜົນງານຂອງທິມບານເຕະຊາຍ U22 ຫວຽດນາມ ໃນຮອບຊິງຊະນະເລີດເມື່ອຍາດໄດ້ໄຊຊະນະຕໍ່ທິມບານເຕະຊາຍ U22 ໄທ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top