ຂ່າວສານ
ຄະນະປະຈໍາສະພາແຫ່ງຊາດ ຮັບຮອງເອົາການຊ່ວຍໜູນເງິນ 62.000 ຕື້ດົງໃຫ້ແກ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19

ກອງປະຊຸມວິສາມັນຂອງຄະນະປະຈໍາສະພາແຫ່ງຊາດ (ພາບ: quochoi.vn)
ນີ້ແມ່ນບັນດາເນື້ອໃນສໍາຄັນ ແລະ ຮີບດ່ວນຕ້ອງໄດ້ຕົກລົງ, ຜັນຂະຫຍາຍປະຕິບັດໃຫ້ທັນການໃນສະພາບການປັດຈຸບັນ.
ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕີລາຄາສູງເລື່ອງລັດຖະບານ ໄດ້ເປັນເຈົ້າການ ແລະ ເດັດດ່ຽວໃນການປ້ອງກັນ, ສະກັດກັ້ນໂລກລະບາດ ກໍຄືເອົາໃຈໃສ່ເຖິງບັນຫາຟື້ນຟູການຜະລິດ, ດໍາເນີນທຸລະກິດໃຫ້ເປັນປົກກະຕິ, ການໜູນຊ່ວຍສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ... ພິເສດແມ່ນຍົກອອກບັນດານະໂຍບາຍ, ມາດຕະການໜູນຊ່ວຍປະຊາຊົນ ແລະ ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ.
ພາຍຫຼັງທີ່ໄດ້ປຶກສາຫາລື, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ເຫັນດີປະກາດໃຊ້ບາງນະໂຍບາຍຊ່ວຍໜູນປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ດ້ວຍຂອບຂະໜາດທີ່ຄາດວ່າ ແມ່ນປະມານ 62.000 ຕື້ດົງ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ພາຍຫຼັງປະກາດໃຊ້ນະໂຍບາຍຕ່າງໆ, ບັນດາກະຊວງ, ຂະແໜງການທຸກຂ້ັນ ຕ້ອງເປັນເຈົ້າການ, ຈັດຕັ້ງປະຕິບັດໃນທັນທີ ເພື່ອຮັບປະກັນໃຫ້ແກ່ການໜູນຊ່ວຍປະຊາຊົນໄດ້ຢ່າງທັນການ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)