• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ

ໄລຍະຈະມາເຖິງ, ສອງຝ່າຍຈະມີການພົວພັນແລກປ່ຽນບົດຮຽນປະສົບການເພື່ອສືບຕໍ່ສ້າງກຸ່ມກ້ອນກຳມະບານໃຫ້ໝັ້ນຄົງເຂັ້ມແຂງ, ເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວຜູ້ອອກແຮງງານ.

ໄລຍະຈະມາເຖິງ, ສອງຝ່າຍຈະມີການພົວພັນແລກປ່ຽນບົດຮຽນປະສົບການເພື່ອສືບຕໍ່ສ້າງກຸ່ມກ້ອນກຳມະບານໃຫ້ໝັ້ນຄົງເຂັ້ມແຂງ, ເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວຜູ້ອອກແຮງງານ.

    

ການເຮັດວຽກຂອງຄະນະທີ່ແຂວງຮ່ານາມ 

ວັນທີ 16 ກໍລະກົດ, ຄະນະຜູ້ແທນຂັ້ນສູງສູນກາງສະຫະພັນກຳມະບານ ລາວ ໂດຍທ່ານນາງ ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນກຳມະບານລາວ, ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ.

        ທີ່ການເຮັດວຽກ, ທ່ານ ເຈືອງກວັກຮຸຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ ຫວັງວ່າ, ໄລຍະຈະມາເຖິງ, ສອງຝ່າຍຈະມີການພົວພັນແລກປ່ຽນບົດຮຽນປະສົບການເພື່ອສືບຕໍ່ສ້າງກຸ່ມກ້ອນກຳມະບານໃຫ້ໝັ້ນຄົງເຂັ້ມແຂງ, ເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວຜູ້ອອກແຮງງານ; ທ່ານເຊື່ອໝັ້ນວ່າ: ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍຈະປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ.

        ສ່ວນທ່ານນາງ ອາລີ ວົງໜໍ່ບຸນທຳ ເນັ້ນໜັກວ່າ, ການຢ້ຽມຢາມຂອງຄະນະແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ກໍ່ຄືການຮ່ວມມືລະຫວ່າງກຳມະບານສອງປະເທດ, ພ້ອມທັງຫວັງວ່າ ກຳມະບານສອງປະເທດຈະຊຸກຍູ້ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານກ່ວາອີກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top