• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ ເຂົ້າຢ້ຽມຂ່ຳນັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

      ສ່ວນທ່ານ ໄຊສົມພອນ ພົມວິຫານ ໄດ້ຢັ້ງຢືນການເຄື່ອນໄຫວຂອງ ສອງສະມາຄົມ ໄດ້ປະກອບສ່ວນເຮັດໃຫ້ນ້ຳໃຈສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເລິກເຊິ່ງກ່ວາອີກ. ທ່ານ ໄຊສົມພອນ ພົມວິຫານ ກໍ່ເນັ້ນໜັກວ່າ ສາຍພົວພັນ ລາວ - ຫວຽດນາມ ແມ່ນພິເສດ, ມີແຕ່ໜຶ່ງບໍ່ມີສອງ
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ທ່ານ ເຈິ່ນວັນຕຸ້ຍ,
ຫົວໜ້າສະມາຄົມມິດຕະພາບ ຫວຽດນາມ - ລາວ (ພາບ: TTXVN)
      ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 6 – 8 ທັນວາ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ, ຕອນເຊົ້າວັນທີ 7 ທັນວາ ຢູ່ຮ່າໂນ້ຍ, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ເຈິ່ນວັນຕຸ້ຍ, ຫົວໜ້າສະມາຄົມມິດຕະພາບ ຫວຽດນາມ - ລາວເປັນຫົວໜ້າຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ. ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ເຈິ່ນວັນຕຸຍ ໄດ້ຢັ້ງຢືນເຖິງການຖືເປັນສຳຄັນຂອງ ພັກ, ລັດລາວ ແລະ ສະຫາຍໄຊສົມພອນ ພົມວິຫານ ທີ່ມີຕໍ່ການພົວພັນລະຫວ່າງ ສອງປະເທດ, ທ່ານສະແດງຄວາມເຊື່ອມໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ ຈະສ້າງພື້ນຖານການເມືອງຢ່າງໝັ້ນແກ່ນ ແລະ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ດີກ່ວາອີກ. ທ່ານປະທານສະມາຄົມ ເຈິ່ນວັນຕຸຍ ຫວັງວ່າ ຈະສືບຕໍ່ໄດ້ຮັບການເອົາໃຈໃສ່, ຊີ້ນຳ, ສ້າງເງື່ອນໄຂສະດວກຂອງ ການນຳສອງປະເທດ, ໃນນັ້ນມີທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ.
      ສ່ວນທ່ານ ໄຊສົມພອນ ພົມວິຫານ ໄດ້ຢັ້ງຢືນການເຄື່ອນໄຫວຂອງ ສອງສະມາຄົມ ໄດ້ປະກອບສ່ວນເຮັດໃຫ້ນ້ຳໃຈສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເລິກເຊິ່ງກ່ວາອີກ. ທ່ານ ໄຊສົມພອນ ພົມວິຫານ ກໍ່ເນັ້ນໜັກວ່າ ສາຍພົວພັນ ລາວ - ຫວຽດນາມ ແມ່ນພິເສດ, ມີແຕ່ໜຶ່ງບໍ່ມີສອງ; ດັ່ງນັ້ນສາຍພົວພັນລະຫວ່າງສອງສະມາຄົມສອງປະເທດແມ່ນສຳຄັນທີ່ສຸດ, ປະກອບສ່ວນເຂົ້າໃນພາລະກິດລວມຂອງສອງປະເທດ; ຢັ້ງຢືນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນມິດຕະພາບແບບພິເສດ ລະຫວ່າງ ລາວ - ຫວຽດນາມ ໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ໃນໂອກາດນີ້, ຜູ້ຕາງໜ້າການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງບິ່ງທ້ວນໄດ້ໄປຢ້ຽມຢາມ,ອວຍພອນບຸນປີໃໝ່ສະພາ ນັກບວດ ອິດສະລາມ ແຂວງບິ່ງທ້ວນ ແລະ ບັນດານັກບວດ, ຜູ້ມີຍົດສັກຕຳແໜ່ງ, ຜູ້ມີອິດທິພົນຊື່ສຽງຢູ່ບາງເມືອງໃນບໍລິເວນແຂວງ.

Top