• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມສິ້ນສຸດການຢ້ຽມຢາມ,ເຮັດວຽກຢູ່ອາຟະລິກາໃຕ້ຢ່າງຈົບງາມ

      ວັນທີ 26 ສິງຫາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ, ໂດຍທ່ານ ພົນເອກ ໂດ້ບ໋າຕິ້, ຮອງປະທານສະພາແຫ່ງຊາດ, ເປັນຫົວໜ້າຄະນະ, ໄດ້ເດີນທາງອອກຈາກອາຟະລິກາໃຕ້, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດທະວີບອາຟະລິກາ ນີ້.

 ຄະນະຜູ້ແທນສະພາແຫ່ງຊາດອາຟະລິກາໃຕ້ ແລະ
ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນການເຈລະຈາ
(ພາບ: TTXVN)
      ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ອາຟະລິກາໃຕ້, ຄະນະຜູ້ແທນສະພາແຫ່ງຊາດອາຟະລິກາໃຕ້ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ຊີ້ແຈ້ງວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືກັບສ.ອາຟະລິກາໃຕ້ ໃນໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ, ເພີ່ມທະວີການຮ່ວມມືຫຼາຍດ້ານກັບອາຟະລິກາໃຕ້ ແລະ ສ້າງກອບກົດໝາຍທີ່ອຳນວຍຄວາມີສະດວກໃຫ້ເລື່ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍ. ທີ່ການພົບປະ, 2 ຝ່າຍກໍ່ເຫັນດີນຳກັນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງສະພາແຫ່ງຊາດ 2 ປະເທດ ເພື່ອປະກອບສ່ວນຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ 2 ສະພາແຫ່ງຊາດເວົ້າສະເພາະ ໃນໄລຍະຈະມາເຖິງ.
        ເນື່ອງໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ພັກກອມມູນິດອາຟະລິກາໃຕ້; ຢ້ຽມຢາມສະຖານທູດຫວຽດນາມ ປະຈຳນະຄອນ Pretoria; ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຢູ່ນະຄອນ Pretoria…
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top