• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຊາວໜຸ່ມຫວຽດນາມເຂົ້າຮ່ວມລາຍການພົບປະແລກປ່ຽນລະຫວ່າງນັກສຶກສາອາຊຽນ-ອິນເດຍ

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ສຳນັກງານສະຖານທູດຫວຽດນາມ ຢູ່ນະຄອນຫຼວງຂອງອິນເດຍ ໄດ້ດຳເນີນການພົບປະລະຫວ່າງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໂຕນຊິງແທ່ງ ແລະ ຄະນະຜູ້ແທນຊາວໜຸ່ມຫວຽດນາມ ເຂົ້າຮ່ວມລາຍການພົບປະແລກປ່ຽນນັກສຶກສາລະຫວ່າງອາຊຽນ - ອິນເດຍ ປີ 2018.


ທ່ານເອກອັກຄະລັດຖະທູດ ໂຕນຊິງແທ່ງ ພົບກັບນັກສຶກສາລະຫວ່າງອາຊຽນ - ອິນເດຍ ປີ 2018

(ພາບ: TTXVN)

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ໂຕນຊິນແທ່ງ ໃຫ້ຮູ້ວ່າ, ຫວຽດນາມ ແລະ ອິນເດຍ ແມ່ນ 2 ຄູ່ຮ່ວມມືສຳຄັນ ແລະ ອິນເດຍພວມມີບັນດາການຮ່ວມມື, ໜູນຊ່ວຍຫວຽດນາມ ແລະ ປະຈຸບັນ, ອິນເດຍ ພວມເປີດປະຕູການສຶກສາ ເມື່ອໄດ້ສະໜອງທຶນສຶກສາຫຼາຍທຶນໃຫ້ແກ່ນັກສຶກສາຕ່າງປະເທດ, ໂດຍສະເພາະແມ່ນໃນບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ. ນີ້ແມ່ນກາລະໂອກາດທີ່ດີໃຫ້ແກ່ບັນດານັກສຶກສາຢາກຮ່ຳຮຽນ, ຊອກຮູ້ກ່ຽວກັບອິນເດຍ ຕື່ມອີກ, ຜ່ານນັ້ນ, ປະກອບສ່ວນຊຸກຍູ້ການຮ່ວມມືອັນດີງາມລະຫວ່າງ 2 ຝ່າຍກວ່າອີກ.

      ສ່ວນບັນດາເພື່ອນນັກສຶກສາທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນໃຫ້ຮູ້ວ່າ, ຜ່ານບັນດາການເຂົ້າຮ່ວມ, ພວກເພື່ອນໄດ້ເຂົ້າໃຈກ່ຽວກັບປະເທດຊາດ, ຊາວອິນເດຍ ກວ່າອີກ, ໂດຍສະເພາະແມ່ນການພັດທະນາຂອງອິນເດຍ, ພື້ນຖານອຸດສາຫະກຳພັດທະນາ, ອຸດສາຫະກຳກ້າວໜ້າ ແລະ ຫັນເປັນວິຊາສະເພາະສູງ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top