• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ ADMM ຄັ້ງທີ 12 ແລະ ກອງປະຊຸມ ADMM+ ຄັ້ງທີ 5

      ເລື່ອງເຂົ້າຮ່ວມບັນດາກອງປະຊຸມຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ສະແດງໃຫ້ເຫັນການເຂົ້າຮ່ວມທີ່ມີຄວາມຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາຂົງເຂດການຮ່ວມມືໃນຂອບເຂດກອງປະຊຸມ ADMM  ແລະ ADMM+. 

ທ່ານ ພົນເອກ ໂງຊວນລີກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: Duong Giang/TTXVN)
      ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Heng, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນເອກ ໂງຊວນລີກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 12 ແລະ ກອງປະຊຸມລັດຖະມົນຕີບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 5, ເຊິ່ງໄດ້ຈັດຂຶ້ນຢູ່ສິງກະໂປ ແຕ່ວັນທີ 18 – 20 ຕຸລາ 2018.
        ເລື່ອງເຂົ້າຮ່ວມບັນດາກອງປະຊຸມຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ສະແດງໃຫ້ເຫັນການເຂົ້າຮ່ວມທີ່ມີຄວາມຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາຂົງເຂດການຮ່ວມມືໃນຂອບເຂດກອງປະຊຸມ ADMM  ແລະ ADMM+. ຜ່ານບັນດາເວທີປາໄສດັ່ງກ່າວ, ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງຫວຽດນາມໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດ ໃນ ອາຊຽນ ໃຫ້ມີປະສິດທິຜົນ; ພ້ອມທັງຢັ້ງຢືນບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກ ທີ່ບັນດາເວທີປາໄສຫຼາຍຝ່າຍ ກໍຄືຊຸກຍູ້ຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ ຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ຕອນບ່າຍວັນທີ 7 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານ ສະພາບໍລິຫານເຂດທົ່ງພຽງແມ່ນ້ຳແດງ, ປະທານກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ ກ່ຽວກັບການວາງແຜນຜັງເຂດໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050.

Top