• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມເຂົ້າຮ່ວມກອງປະຊຸມ Shangri – La ຢູ່ສິງກະໂປ

      ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານພົນເອກ ໂງຊວນລິກ ຄາດວ່າຈະມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະຄັ້ງທີ 5, ເຊິ່ງຈະດຳເນີນໃນວັນທີ 2 ມິຖຸນາ, ດ້ວຍຫົວຂໍ້ ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ”.


ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ (ພາບ: ເຢຶອງຢາງ/TTXVN) 
      ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງກອງປະຊຸມ Shangri – La, ວັນທີ 30 ພຶດສະພາ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ການທະຫານຂັ້ນສູງຫວຽດນາມ, ເດີນທາງໄປເຂົ້າຮ່ວມກອງປະຊຸມ Shangri – La ຄັ້ງທີ 18, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 31 ພຶດສະພາ - 2 ມິຖຸນາຢູ່ສິງກະໂປ. ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານພົນເອກ ໂງຊວນລິກ ຄາດວ່າຈະມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະຄັ້ງທີ 5, ເຊິ່ງຈະດຳເນີນໃນວັນທີ 2 ມິຖຸນາ, ດ້ວຍຫົວຂໍ້ “ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ”.
        ກອງປະຊຸມ Shangri – La ຄັ້ງນີ້ ຈະມີກອງປະຊຸມຄົບຄະນະ 6 ຄັ້ງດ້ວຍບັນດາຫົວຂໍ້: ວິໄສທັດຂອງອາເມລິກາກ່ຽວກັບການຮັກສາຄວາມສະຫງົບ ມະຫາສະມຸດອິນເດີຍ - ປາຊີຟິກ; ຄວາມໝັ້ນຄົງຢູ່ ສປປ.ເກົາຫຼີ: ບັນດາບາດກ້າວຕໍ່ໄປ; ຄວາມເປັນລະບຽບຮຽບຮ້ອຍໃນການຮັກສາຄວາມສະຫງົບທີ່ພວມມີການຫັນປ່ຽນຢູ່ອາຊີ ແລະ ບັນດາສິ່ງທ້າທາຍ; ຈີນ ແລະ ການຮ່ວມມືໃນການຮັກສາຄວາມສະຫງົບສາກົນ; ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ; ຮັບປະກັນໃຫ້ພາກພື້ນມີການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີສະຖຽນລະພາບ. ນອກຈາກນັ້ນຍັງມີ 6 ກອງປະຊຸມ ດ້ວຍບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມປອດໄພໃນການເດີນທະເລ, ການພັດທະນາອຸດສາຫະກຳດ້ານປ້ອງກັນຊາດ, ການຮ່ວມມືດ້ານປ້ອງກັນຊາດ.
 (ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top