• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນກະຊວງການຕ່າງປະເທດເວເນັດຊູເອລາຢ້ຽມຢາມຫວຽດນາມໃນລະຫວ່າງວັນທີ 13-15/12/2016


ທ່ານ ຟ້າ​ມບີ​ງມິ​ງ ແລະ ທ່ານ​ຮອງ​ລັດຖະມົນຕີ Felix Plasencia
(ພາບ: TTXVN)

      ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ໃນ​ລະຫວ່າງ​ວັນ​ທີ 13 – 15/12/2016 , ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ເວ​ເນັດ​ຊູ​ເອລາ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ Felix Plasencia ນຳ​ໜ້າ ​ໄດ້​ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຊຶ່ງ​ໄດ້ດຳ​ເນີນ​ວາລະ​ທາ​ບທາມ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ຄັ້ງ​ທີ 6. ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ໃນ​ຕອນ​ບ່າຍ​ວັນ​ທີ 14/12 ທ່ານ ຟ້າ​ມບີ​ງມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຕີ​ລາຄາວ່າ ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ເວ​ເນັດ​ຊູ​ເອລາ ​ໃນ​​ໄລຍະ​ຜ່ານ​ມາ, ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ,ຊຶ່ງ​ໄດ້ສະ​ແດງ​ອອກ ຜ່ານ​ບັນດາ​ໝາກຜົນ, ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ບັນດາ​ການ​ຢ້ຽມຢາມ ​ແລະ ການພົບ​ປະລະຫວ່າງການ​ນຳ​ຂັ້ນ​ສູງຂອງ 2 ປະ​ເທດ. ທ່ານ ຟ້າ​ມບີ​ງມິ​ງ ຖື​ເປັນ​ສຳຄັນ​​ເລື່ອ​ງສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ​ກັບ ເວ​ເນັດ​ຊູ​ເອລາ, ​ເປັນ​ຕົ້ນ​ແມ່ນ ​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ນຳ​ມັນ​ອາຍ​ແກັດ, ສິນ​ໃນ​ນ້ຳ, ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​ສິນຄ້າ​ຊົມ​ໃຊ້ ​ແລະ ວັດ​ສະ​ດຸ​ກໍ່ສ້າງ. ທ່ານ ຟ້າ​ມບີ​ງມິ​ງ ສະ​ເໜີ 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ທີ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສຫລາຍ​ຝ່າຍ​ຄື: ສປຊ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ​ແລະ ​ເວທີ​ປາ​ໄສ​ການ​ຮ່ວມ​ມື ອາຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາ​ຕິນ
        ສວ່ນທ່ານ​ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ເວ​ເນັດ​ຊູ​ເອລາ Felix Plasencia ຢືນຢັນ​ວ່າ​: ເວ​ເນັດ​ຊູ​ເອລາ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຢູ່​ພາກ​ພື້ນ ອາຊີ , ພ້ອມ​ທັງປາດ​ຖະໜາ ​ແລະ ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ເວ​ເນັດ​ຊູ​ເອລາ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top