• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມເດີນທາງເຂົ້າຮ່ວມ Army Games 2020

ພິທີສົ່ງທະຫານເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ (Army Games) ປີ 2020 ໃຫ້ແກ່ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ.


ບັນດາຜູ້ແທນເຂົ້າຮ່ວມພິທີ

(ພາບ: qdnd.vn)


ວັນທີ 09 ສິງຫາ, ຢູ່ສູນຝຶກອົບຮົມ ມ໊ຽວມົນ, ຮ່າໂນ້ຍ, ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີສົ່ງທະຫານເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ (Army Games) ປີ 2020 ໃຫ້ແກ່ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ.

        ພິທີດັ່ງກ່າວແມ່ນເພື່ອແນໃສ່ລະດົມກຳລັງໃຈ, ສ້າງຄຸນນະທາດ, ເຈດຈຳນົງ, ຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາທິມຂອງກອງທັບປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມ Army Games 2020 ຄວ້າໄດ້ບັນດາລາງວັນສູງ. Army Games 2020 ໂດຍກະຊວງປ້ອງກັນປະເທດລັດເຊຍ ເປັນເຈົ້າພາບຈັດຕັ້ງ, ເປັນຂີດໝາຍຄັ້ງທີ 3 ທີ່ກອງທັບປະຊາຊົນຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມ.

        Army Games 2020 ແລະ ເວທີປາໄສເຕັກນິກດ້ານການທະຫານສາກົນ 2020 ຄາດວ່າຈະຈັດຕັ້ງໃນກາງເດືອນສິງຫາ 2020 ຈະແມ່ນໜຶ່ງໃນບັນດາເຫດການສຳຄັນທີ່ສຸດໃນປີນີ້ຂອງກອງທັບລັດເຊຍ.

(ແຫຼ່ງຄັດຈາກ VOV)

ນາຍົກ​ລັດ​ຖະ​ມ​ົນ​ຕີ ອິດ​ສະ​ລາ​ແອັນ ຖະ​ແຫຼງ ຈະ​ບໍ່​ມີ​ລັດ ປາ​ແລັດ​ສະ​ຕິນ

ນາຍົກ​ລັດ​ຖະ​ມ​ົນ​ຕີ ອິດ​ສະ​ລາ​ແອັນ ຖະ​ແຫຼງ ຈະ​ບໍ່​ມີ​ລັດ ປາ​ແລັດ​ສະ​ຕິນ

ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ກໍ່ຖະແຫຼງຈະປົກປ້ອງມໍລະດົກ, ດິນແດນ, ຄວາມໝັ້ນຄົງ ແລະ ເພີ່ມຈຳນວນປະຊາຊົນຕັ້ງຖິ່ນຖານຄົງທີ່ຢູ່ແຫ່ງນີ້.

Top