• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເຂົ້າຮ່ວມງານບຸນປີໃໝ່ຂອງ ລາວ ແລະ ກຳປູເຈຍ

ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ.
  ອວຍ​ພອນ​ບັນ​ດາ​ຄະ​ນະ​ຜູ້​ຕາງ​ໜ້າ​ຂອງ ລາວ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ (​ພາບ: ​​ຄະ​ນະຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ )  

ເນື່ອງໃນໂອກາດບຸນປີໃໝ່ຂອງ​ ລາວ ແລະ ບຸນປີໃໝ່ “Chol Chnam Thmey” ຂອງ ກຳປູເຈຍຫວ່າງແລ້ວນີ້ວັນທີ 10 ເມສາທ່ານ ໂດ້ຮຸ່ງຫວຽດເອອັກຄະລັດທູດຫົວໜ້າ​​ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ພ້ອມກັບບັນດາອົງການຜູ້ຕາງ້າ ຫວຽດນາມ ປະຈຳ ນິວຢອກອາເມລິກາ ໄດ້ໄປອວຍພອນບັນດາຄະນະຜູ້ຕາງໜ້າຂອງ ລາວ ແລະ ລາຊະອານາຈັກ ກຳປູເຈຍ ປະຈຳສະຫະປະຊາຊາດ.

ຢູ່ສຳນັກງານຄະນະຜູ້ຕາງໜ້າຂອງ ລາວທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາສາຍພົວພັນທີ່ຍິ່ງໃຫຍ່ຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ. ສ່ວນທ່ານ ທອງຜ່ານ ສະຫວັນເພັດເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າຂອງ ລາວ ປາດຖະໜາວ່າ ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືໜູນຊ່ວຍເຊິ່ງກັນແລະກັນ​ ເພື່ອຮັກສາການເຕີບໂຕ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນສະພາບການທີ່ສາກົນມີການຜັນແປຢ່າງສັບສົນ.

ທີ່ຄະນະຜູ້ຕາງໜ້າ ກຳປູເຈຍທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ຕີລາຄາູງບັນດາຜົນງານໃນທຸກດ້ານເຊິ່ງປະຊາຊົນ ກຳປູເຈຍ ຍາດມາໄດໃນໄລຍະຜ່ານມາ ແລະ​ ສະແດງຄວາມເຊື່ອໝັ້ນວ່າ ລາຊະອານາຈັກ ກປູເຈຍ ຈະສືບຕໍ່ພັດທະນາຢ່າງແຂງແຮງວັດທະນາຖາວອນ.

(ແຫ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

​ຣານ ຢັ້ງ​ຢືນ ຄຳ​ຮຽກ​ຮ້ອງ​ໃໝ່​ຂອງ ອາ​ເມ​ລິ​ກາ ແມ່ນ​ບໍ່​ສາ​ມາດຍອມ​ຮັບ​ໄດ້, ພິ​ເສດ​ແມ່ນ​ໃນ​ນັ້ນ ບໍ່​ມີເງື່ອນ​ໄຂ ​ຮັບ​ປະ​ກັນ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ຕ້ານ ອີ​ຣານ.

Top