ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ.
ອວຍພອນບັນດາຄະນະຜູ້ຕາງໜ້າຂອງ ລາວ ປະຈຳສະຫະປະຊາຊາດ (ພາບ: ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ )
ເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ ແລະ ບຸນປີໃໝ່ “Chol Chnam Thmey” ຂອງ ກຳປູເຈຍ, ຫວ່າງແລ້ວນີ້, ວັນທີ 10 ເມສາ, ທ່ານ ໂດ້ຮຸ່ງຫວຽດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ພ້ອມກັບບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ນິວຢອກ, ອາເມລິກາ ໄດ້ໄປອວຍພອນບັນດາຄະນະຜູ້ຕາງໜ້າຂອງ ລາວ ແລະ ລາຊະອານາຈັກ ກຳປູເຈຍ ປະຈຳສະຫະປະຊາຊາດ.
ຢູ່ສຳນັກງານຄະນະຜູ້ຕາງໜ້າຂອງ ລາວ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ. ສ່ວນທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຂອງ ລາວ ປາດຖະໜາວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນ ເພື່ອຮັກສາການເຕີບໂຕ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນສະພາບການທີ່ສາກົນມີການຜັນແປຢ່າງສັບສົນ.
ທີ່ຄະນະຜູ້ຕາງໜ້າ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ຕີລາຄາສູງບັນດາຜົນງານໃນທຸກດ້ານເຊິ່ງປະຊາຊົນ ກຳປູເຈຍ ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ລາຊະອານາຈັກ ກຳປູເຈຍ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ວັດທະນາຖາວອນ.