• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດໄຂວາລະປະຊຸມຄັ້ງທີ 6


ທ່ານ ຫງວຽນ​ແຫ້ງ​ຟຸກ, ເລ​ຂາ​​​ທິ​ການໃຫຍ່, ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ
(ພາບປະ​ກອບ)
 
      ຕອນ​ເຊົ້າ​ວັນ​ທີ 6/1, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 6. ວາ​ລະ​ປະ​ຊຸມ​ໄດ້​ຈັດ​ຕັ້ງ​ເປັນ​ເວ​ລາ 3 ວັນ (ແຕ່ 9- 11/1). ກ່​າວ​ຄຳ​ເຫັນ​ໄຂ​ກອງ​ປ​ະ​ຊຸມ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ເນັ້​ນ​ໜັກ​ວ່າ ວາ​ລະ​ປະ​ຊຸມ​ຈະ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ມະ​ຕິ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກາດ​ໃຊ້​ກົດ​ລະ​ບຽບກຳ​ນົດ​ກ່ຽວ​ກັບ​ອັນ​ດັບ, ລະ​ບຽບ​ການ​ດຳ​ເນີນ​ບາງ​ເນື້​ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ມະ​ຕິ​ປະ​ກາດ​ໃຊ້​ກົດ​ລະ​ບຽບ​ການ​ສົມ​ທົບ​ລະ​ຫວ່າງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ໃນ​ການ​ຄຸ້ມ​ຄອງ ສານ​ການ​ທະ​ຫານ​ກ່ຽວ​ກັບ​ການ​​ຈັດ​ຕັ້ງ. ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​​ບັນ​ດາບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ 8 ສະ​ບັບ, ໃນ​ນັ້ນ​ມີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄ​ອງ​ການ​ຄ້າ​ຕ່າງ​ປະ​ເທດ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້​ອຍ ແລະ ກາງ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ. ທ່ານ ຫງວຽນ​ແຫ້ງ​ຟຸກ, ເລ​ຂາ​​​ທິ​ການໃຫຍ່, ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ, ໃຫ້​ຮູ້​ວ່າ:
        “ຮ່າງ​ມະ​ຕິ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຕັດ​ສິນ​ລົງ​ໂທດ​ສຳ​ລັບ​ບັນ​ດາ​ພະ​ນັກ​ງານ, ລັດ​ຖະ​ກອນ​ທີ່​ໄດ້​ຜັກ​ກິນ​ເບ​້ຍ​ບຳ​ນານ​ແລ້ວ, ລັດ​ຖະ​ບານ​ ບໍ່​ທັນ​​ຍື່ນສະ​ເໜີ​​ດັ່ງ​ນັ້ນ​ອົງ​ການກວດ​ກາ ກໍ່​ບໍ່​ທັນ​ກວດ​ກາ​ໄດ້​ເທື່ອ. ດັ່ງ​ນັ້ນ, ສິ່ງ​ທີ່ພວກ​ຂ້າ​ພ​ະ​ເຈົ້າ​ເປັ​ນ​ຫ່ວງນັ້ນ​ແມ່ນຍາກ​ທີ່​​ຈະຮັບ​ປະ​ກັບ​ຄວາມ​ຄືບ​ໜ້າ​ໄດ້.”
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top