• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ


ທ່ານ ດິງຕ໋ຽນຢຸງ ລັດຖະມົນຕີ​ກະຊວງ​ການ​ເງິນ

      ຕອນ​ເຊົ້າ​ວັນ​ທີ 20/03 ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງຊາດ ຫວຽດນາມ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ (ສະບັບ​ປັບປຸງ). ບັນດາ​ຄຳ​ເຫັນທີ່​ປຶກສາ​ຫາລື​ໄດ​້​ເຫ​ັນດີ​ເປັນ​ເອກະ​ພາບນັ້ນ​ແມ່ນ​ເນື້ອ​ໃນຂອງ​ຮ່າງ​ກົດໝາຍ ​ໄດ້ສະ​ແດງ​ໃຫ້​ເຫັນ​ໂດຍ​ສັງ​ເຂ​ບບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງໜີ້​ສາທາລະນະ, ບັນດາ​ຂໍ້​ກຳນົດ ​ກ່ຽວ​ກັບ​ພື້ນຖານຄວນ​ເໝາະ​ສົມ​ກັບທຳນຽ​ມສາກົນ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ​ສະບັບ​ປັບປຸງ ​ໄດ້ກຳນົດ​ຂອບ​ຂະໜາດ​ໜີ້​ສາທາລະນະ​ຕາມ​ທິດ ຍັງ​ຄົງ​ຮັກສາສະພາບ​ເດີມ​ໄດ້​ຄື​ກົດໝາຍ​ປະຈຸ​ບັນ​.
        ​ເມື່ອ​ອະພິບາຍ​ທີ່​ວາລະ​ປະຊຸມ, ທ່ານ ດິງຕ໋ຽນຢຸງ ລັດຖະມົນຕີ​ກະຊວງ​ການ​ເງິນ ຖື​ວ່າ: ສາຍ​ເຫດ​ທີ່​ພາ​ໃຫ້​ໜີ້​ສາທາລະນະ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ໄລຍະ​ຜ່ານ​ມາ ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ການ​ບໍລິຫານ ​ແລະ ຜົນ​ສະທ້ອນ​ຈາກ​ເສດຖະກິດ​ໂລກ. ​ໃນ​ຂະນະ​ທີ່​ລະດັບ​ການ​ເຕີບ​ໂຕ​​ເສດຖະກິດຊັກ​ຊ້າ​ລົງ, ​ແຕ່ລາຍ​ຈ່າຍ​ໃຫ້​ການ​ປະກັນ​ຊີວິດ​ສັງຄົມ​, ລາຍ​ຈ່າຍ​ໃຫ້ການ​ລົງທຶນ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຍັງ​ຄົງ​ເພີ່ມ​ຂຶ້ນ. ສ່ວນ​ໜີ້​ຂອງ​ລັດວິ​ສາ​ຫະກິດ, ທ່ານ ດິງຕ໋ຽນຢຸງ ຢືນຢັນ​ວ່າ ບໍ່​ຫັນນ​ໜີ້​ຂອງ​ວິ​ສາ​ຫະກິດ​ກາຍ​ເປັນ​ໜີ້​ຂອງລັດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top