• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດຈະຈັດວາລະປະຊຸມແຕ່ວັນທີ 10-20 ພຶດສະພາ

ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາການຄາດຄະເນວິທີການຈັດແບ່ງງົບປະມານສູນກາງໄລຍະ 2021 - 2025 ແລະ ປີ 2022 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ປະຕິບັດ 3 ເປົ້າໝາຍແຫ່ງຊາດ;
  ວາລະປະຊຸມຄັ້ງທີ 10  

 ຄາດວ່າ, ວາລະປະຊຸມຄັ້ງທີ 11 ຂອງຄະນະປະຈຳສະພາແຫ່ງຊາດ ຈະຈັດຂຶ້ນແຕ່ວັນທີ 11-20 ພຶດສະພາ. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ ໃຫ້ຄຳເຫັນສຳລັບບາງເນື້ອໃນສຳຄັນຄື: ບົດລາຍງານຕີລາຄາເພີ່ມເຕີມໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດປີ 2021; ສະພາບການຜັນຂະຫຍາຍການປະຕິບັດແຜນການ ພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດຊຸມເດືອນຕົ້ນປີ 2022; ບົດລາຍງານໝາກຜົນການຕິດຕາມກວດກາການແກ້ໄຂ, ໃຫ້ຄຳຕອບຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງຝາກໄປຍັງສະໄໝປະຊຸມເທື່ອທີ 2, ສະພາແຫ່ງຊາດຊຸດທີ 15…. ພ້ອມກັນນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາການຄາດຄະເນວິທີການຈັດແບ່ງງົບປະມານສູນກາງໄລຍະ 2021 - 2025 ແລະ ປີ 2022 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ປະຕິບັດ 3 ເປົ້າໝາຍແຫ່ງຊາດ; ພິຈາລະນາການເພີ່ມເຕີມແຜນງົບປະມານສູນກາງປີ 2022 ພາຍໃນປະເທດ ຈັດແບ່ງໃຫ້ບັນດາງກະຊວງ, ຂະແໜງການ, ທ້ອງຖິ່ນ…ພິຈາລະນາ ແລະ ໃຫ້ຄຳເຫັນສຳລັບບາງເນື້ອໃນສຳຄັນອື່ນໆ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top