• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະນັກກິລາ ຫວຽດນາມ ສ້າງສະຖິຕິໃໝ່ກ່ຽວກັບຈຳນວນຫຼຽນຄຳໃນງານຊີເກມ

ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 446 ຫຼຽນ, ໃນນັ້ນ, ຫຼຽນຄຳມີ 205 ຫຼຽນ, ເຊິ່ງຢືນອັນດັບໜຶ່ງໃນງານມະຫາກຳກິລາ, ລື່ນກາຍສະຖິຕິຫຼຽນຄຳ 194 ຫຼຽນ ເຊິ່ງ ຄະນະນັກກິລາ ອິນໂດເນເຊຍ ຄວ້າໄດ້ໃນຊີເກມ Jakarta ປີ 1997.
  ນັກກິລາ ຫງວຽນທິແອັງ ຄວ້າໄດ້ຫຼຽນຄຳໃນກິລາ ແລ່ນ 3.000 ແມັດ (ພາບ: TTXVN)  

 ກິລາປະເພດຕ່າງໆທີ່ແຂ່ງຂັນໃນງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (ຊີເກມ 31) ໄດ້ອັດລົງໃນວັນທີ 22 ພຶດສະພາ 2022. ຄະນະນັກກິລາ ຫວຽດນາມ ໄດ້ສ້າງສະຖິຕິໃໝ່ກ່ຽວກັບຈຳນວນຫຼຽນຄຳ ເຊິ່ງຄະນະນັກກິລາໜຶ່ງຄວ້າມາໄດ້ໃນງານມະຫາກຳກິລາ ຊີເກມ 31. ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 446  ຫຼຽນ, ໃນນັ້ນ, ຫຼຽນຄຳມີ 205 ຫຼຽນ, ເຊິ່ງຢືນອັນດັບໜຶ່ງໃນງານມະຫາກຳກິລາ, ລື່ນກາຍສະຖິຕິຫຼຽນຄຳ 194 ຫຼຽນ ເຊິ່ງ ຄະນະນັກກິລາ ອິນໂດເນເຊຍ ຄວ້າໄດ້ໃນຊີເກມ Jakarta ປີ 1997. ຢືນອັນດັບທີ 2 ແມ່ນ ໄທ (ດ້ວຍຫຼຽນຄຳ 92 ຫຼຽນ), ອິນໂດເນເຊຍ ຢືນອັນດັບທີ 3 ດ້້ວຍຫຼຽນຄຳ 69 ຫຼຽນ ແລະ ຟີລິບປິນຢືນອັນດັບທີ 4 ດ້ວຍຫຼຽນຄຳ 52 ຫຼຽນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top