• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ປະສົບເຄາະຮ້າຍຈາກໄພນໍ້າຖ້ວມ.

ວັນທີ 25 ສິງຫາ, ທ່ານ ເຈິ່ນແທັ່ງເໝິນ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີການເຮັດວຽກກັບ ປະຈໍາຄະນະພັກແຂວງດັກລັກ ແລະ ບັນດາໝູ່ຄະນະແຂວງດັກລັກ ກ່ຽວກັບສະພາບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມໃນໄລຍະທີ່ຜ່ານມາ.
ທ່ານ ເຈິ່ນແທັງເໝິນ ສະເໜີແຂວງ ດັກລັກ ຕ້ອງໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ຟື້ນຟູການຜະລິດ ແລະ ນໍາການດໍາລົງຊີວິດຂອງປະຊາຊົນກັບຄືນສູ່ເປັນປົກກະຕິໂດຍໄວ. ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ໜູນຊ່ວຍໃຫ້ແກ່ຄະນະກໍາມະການແນວໂຮມປະເທດຊາດແຂວງດັກລັກ ຈໍານວນເງິນ 800 ລ້ານດົ່ງ ເພື່ອກໍ່ສ້າງເຮືອນແຫ່ງຄວາມມະຫາສາມັກຄີ 20 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ຍ້ອນຖືກຜົນສະທ້ອນຈາກໄພນໍ້າຖ້ວມໃນໄລຍະທີ່ຜ່ານມາ.
 
ທ່ານ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ເຮືອນແຫ່ງຄວາມມະຫາສາມັກຄີຢູ່ຕາແສງ Ea Roc, ເມືອງ Ea Sup, ແຂວງ ດັກລັກ (ພາບ: VGP)

ພາຍຫຼັງເຮັດວຽກກັບຄະນະປະຈໍາພັກແຂວງ ດັກລັກ, ທ່ານ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ເຮືອນແຫ່ງຄວາມມະຫາສາມັກຄີໃຫ້ແກ່ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກດ້ານທີ່ພັກອາໄສ ແລະ ຖືກຜົນເສຍຫາຍຈາກໄພນໍ້າຖ້ວມ ຢູ່ຕາແສງ Ea Roc, ເມືອງ Ea Sup, ແຂວງ ດັກລັກ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top