• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມື

      ຕອນເຊົ້າວັນທີ 31 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານ ເຈິ່ນເກິ໋ມຕູ໊ ເລຂາສູນກາງພັກ, ປະທານຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຈລະຈາກັບ ທ່ານ ບຸນທອງ ຈິດມະນີ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ.

 (ທີ່ການເຈລະຈາ)
      ທີ່ການເຈລະຈາ, ສອງຝ່າຍໄດ້ແບ່ງປັນ ບົດຮຽນອັນລໍ້າຄ່າຕ່າງໆໃນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ; ພ້ອມທັງເນັ້ນໜັກວ່າ ວຽກງານກວດກາ, ຕິດຕາມກວດກາ, ການຕ້ານການສໍ້ລາດບັງຫຼວງ ແມ່ນໜ້າທີ່ສໍາຄັນຂອງທັງສອງພັກ, ເພາະສະນັ້ນ, ການພົວພັນແລກປ່ຽນບົດຮຽນຕົວຈິງລະຫວ່າງບັນດາອົງການກວດກາ, ຕິດຕາມກວດກາ, ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຂອງສອງພັກ ແມ່ນມີຄວາມຈໍາເປັນທີ່ສຸດ.
        ທ່ານ ເຈິ່ນເກິ໋ມຕູ໊ ຢັ້ງຢືນວ່າ ຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ຈະສົມທົບ ກັບຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ຢ່າງແໜ້ນແຟ້ນ ເພື່ອປະຕິບັດເນື້ອໃນຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່່າງອົງການກວດກາຂອງສອງພັກ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ. ນອກຈາກນັ້ນ, ຍັງປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.
        ສ່ວນ ທ່ານ ບຸນທອງ ຈິດມະນີ ສະເໜີ ຝ່າຍຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອໃນການບໍາລຸງສ້າງພະນັກງານຂອງລາວ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ນັບທັງໄລຍະສັ້ນ ແລະ ໄລຍະຍາວໃນປີ 2019 ແລະ ໃນຊຸມປີຕໍ່ໄປ.
 (ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top