• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມາທິການ ແມ່ນ້ຳຂອງ ສົມທົບກັບ facebook ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໃນພາກພື້ນ

      ວັນທີ 31 ສິງຫາ, MRC ໄດ້ສົມທົບກັບ facebook ເລີ່ມດຳເນີນຂໍ້ລິເລີ່ມລວມ ກ່ຽວກັບການສະໜອງຂໍ້ມູນຂ່າວ ເຕືອນໄພນ້ຳຖ້ວມສຸກເສີນ ແລະ ຂໍ້ມູນຂ່າວກ່ຽວກັບການຕິດຕາມໄພແຫ້ງແລ້ງ ໃຫ້ແກ່ປະຊາຊົນຢູ່ເຂດແຄມແມ່ນ້ຳ ແລະ ລັດຖະບານບັນດາປະເທດຢູ່ເຂດລຸ່ມແມ່ນ້ຳຂອງ.

ແມ່ນ້ຳຂອງຢູ່ນະຄອນພະນົມ, ໄທ (ພາບ: bangkokpost.com) 
         ແຈ້ງການສື່ມວນຊົນຂອງຄະນະເລຂາ ຄະນະກຳມາທິການ ແມ່ນ້ຳຂອງສາກົນ  (MRC) ໃຫ້ຮູ້ວ່າ ວັນທີ 31 ສິງຫາ, MRC ໄດ້ສົມທົບກັບ facebook ເລີ່ມດຳເນີນຂໍ້ລິເລີ່ມລວມ ກ່ຽວກັບການສະໜອງຂໍ້ມູນຂ່າວ ເຕືອນໄພນ້ຳຖ້ວມສຸກເສີນ ແລະ ຂໍ້ມູນຂ່າວກ່ຽວກັບການຕິດຕາມໄພແຫ້ງແລ້ງ ໃຫ້ແກ່ປະຊາຊົນຢູ່ເຂດແຄມແມ່ນ້ຳ ແລະ ລັດຖະບານບັນດາປະເທດຢູ່ເຂດລຸ່ມແມ່ນ້ຳຂອງ.
        ນີ້ແມ່ນການຮ່ວມມືຄັ້ງທຳອິດລະຫວ່າງ MRC ແລະ facebook ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນ 4 ປະເທດສະມາຊິກ MRC ເຊິ່ງລວມມີ ກຳປູເຈຍ, ລາວ,ໄທ ແລະ ຫວຽດນາມ ກ່ຽວກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຂອງ MRC ແລະ ຍົກສູງກຳລັງຄວາມສາມາດຂອງພະນັກງານໃນບໍລິເວນ ໃນການນຳໃຊ້ບັນດາລະບົບເຕັກນິກດີຈີຕອນທາງອອນລາຍ ໄລຍະ 2020 – 2021. ຕາມບົດລາຍງານຂອງ ສປຊ ກ່ຽວກັບຜົນເສຍຫາຍທາງດ້ານເສດຖະກິດ, ຄວາມທຸກຍາກອຶດຫິວ ແລະ ໄພທຳມະຊາດ ແລ້ວ, ໃນ 2 ທົດສະວັດຜ່ານມາ, ຜົນເສຍຫາຍທີ່ຖືກຜົນກະທົບໂດຍກົງຈາກບັນດາໄພພິບັດທີ່ກ່ຽວຂ້ອງເຖິງດິນຟ້າອາກາດໄດ້ເພີ່ມຂຶ້ນເຖິງ 250%. Facebook ຈະຈັດຕັ້ງການຝຶກອົບຮົມໃຫ້ແກ່ພະນັກງານ 4 ປະເທດສະມາຊິກ MRC ກ່ຽວກັບວິທີການນຳໃຊ້ບັນດາອຸປະກອນເຕັກນິກດີຈີຕອນຕ່າງໆ ເພື່ອຕິດຕໍ່ພົວພັນກັນໄດ້ຢ່າງມີປະສິດທິຜົນ ແລະ ວ່ອງໄວ ໃນໄລຍະເກີດໄພພິບັດ ແລະ ຫຼັງໄລຍະເກີດໄພພິບັດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top